ປີ 2020 ຫວຽດ​ນາມວາງ​ຄາດ​ໝາຍສົ່ງ​ ​ແຮງ​ງານ ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດໃຫ້​ໄດ້ 130.000 ຄົນ

(VOVWORLD) -ປີ 2019, ຫວຽດນາມໄດ້ສົ່ງ ແຮງງານໄປເຮັດວຽກຢູ່ຕ່າງປະເທດໄດ້ຫຼາຍກ່ວາ 152 ພັນຄົນ, ບັນລຸໄດ້ 127,1% ຂອງແຜນການປີ 2019.
ປີ 2020 ຫວຽດ​ນາມວາງ​ຄາດ​ໝາຍສົ່ງ​ ​ແຮງ​ງານ ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດໃຫ້​ໄດ້ 130.000 ຄົນ - ảnh 1

ທ່ານດ່າວງອກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມເປັນປະທານຂອງກອງປະຊຸມ ສະຫຼຸບວຽກງານປີ 2019 ແລະ ຜັນຂະຫຍາຍໜ້າທີ່ ປີ 2020

(ພາບ: ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ)

ນີ້ກໍ່ແມ່ນປີທີ 4 ຢ່າງລຽນຕິດທີ່ ຫວຽດນາມໄດ້ສົ່ງແຮງງານໄປເຮັດຢູ່ຕ່າງປະເທດລື່ນກາຍຄາດໝາຍ 120.000 ຄົນ, ຍົກຈຳນວນ ແຮງງານທີ່ເຮັດວຽກຢູ່ຫຼາຍກ່ວາ 40 ປະເທດ ແລະ ເຂດແຄ້ວນໃນຂົງເຂດ, ຂະແໜງອາຊີບທີ່ແຕກຕ່າງກັນ ໃນປັດຈຸບັນຂຶ້ນປະມານ 650 ພັນຄົນ. ແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດ ສ່ວນຫຼາຍແມ່ນ: ຍີ່ປຸ່ນ, ໄຕ້ຫວັນ (ຈີນ), ສ.ເກົາຫຼີ, ຣູມານີ, ມາເລເຊຍ… ແລະ ຕະຫຼາດແຫ່ງອື່ນອີກຈຳນວນໜຶ່ງ.

        ປີ 2020, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ວາງຄາດໝາຍສົ່ງຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດໃຫ້ໄດ້ 130.000 ຄົນໂດຍສຸມໃສ່ຕະຫຼາດທີ່ມີລາຍຮັບສູງ ແລະ ມີສະຖຽນລະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ