ປີ 2020, ແຂວງ​ເຮົ້າ​ຢາງ​ຍັງ​ນຳ​ໜ້າ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖ​ະ​ກິດ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫ​ວຽດ​ນາມ

(VOVWORLD) -ຕອນບ່າຍວັນທີ 3 ມັງກອນ, ຢູ່ແຂວງເຮົ້າຢາງ, ຄະນະປະຕິບັດງານຂອງຄະນະກຳມະການຄຸ້ມຄອງທຶນແຫ່ງລັດສຳລັບ ວິສາຫະກິດ ໄດ້ມີການເຮັດວຽກກັບການນຳ ບັນດາແຂວງ, ນະຄອນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ.
ປີ 2020, ແຂວງ​ເຮົ້າ​ຢາງ​ຍັງ​ນຳ​ໜ້າ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖ​ະ​ກິດ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫ​ວຽດ​ນາມ - ảnh 1ຄະນະກຳມະການຄຸ້ມຄອງທຶນແຫ່ງລັດສຳລັບ ວິສາຫະກິດ ເຮັດວຽກກັບການນຳ ບັນດາແຂວງ, ນະຄອນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ

ປີ 2020, ແຂວງເຮົ້າຢາງ ປະຕິບັດສຳເລັດ ແລະ ລື່ນກາຍ 18ໃນຈຳນວນ 19 ເປົ້າໝາຍ ຕົ້ນຕໍໃນການພັດທະນາເສດຖະກິດ, ສັງຄົມ, ການປ້ອງກັນຊາດ - ການປ້ອງກັນຄວາມສະຫງົບ ແລະ ການທູດ. ຄວາມໄວໃນການເຕີບໂຕເສດຖະກິດຂອງແຂວງບັນລຸກ່ວາ 4,5%, ຢືນຢູ່ອັນດັບທີ 2 ໃນທົ່ວປະເທດ ແລະ ຢຶນຢູ່ອັນດັບທີ 1 ຂອງພາກພື້ນທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ວຽກງານປະຕິຮູບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ ໄດ້ຮັບຄວາມເອົາໃຈໃສ່ຊີ້ນຳຈາກການນຳແຂວງ ແລະ ບັນລຸໄດ້ໝາກຜົນທີ່ພົ້ນເດັ່ນຫຼາຍຢ່າງ. ທາງແຂວງພວມປະຕິບັດ ໂປຼແກຼມເຕັກໂນໂລຢີຂໍ້ມູນຂ່າວສານຈຳນວນໜຶ່ງ ເພື່ອຮັບໃຊ້ໃຫ້ແກ່ການສ້າງອຳນາດການປົກຄອງເອເລັກໂຕນິກ.

ຕອບກັບ

ຂ່າວ/ບົດ​ອື່ນ