ປີ 2022, ຂະ​ແໜງ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ ສຸມ​ໃສ່​ສ້າງ​ພື້ນ​ຖານ​ຂໍ້​ມູ​ນກ່ຽວ​ກັບ​ຊັບ​ພະ​ຍາ​ກອນ​ທີ່ດິນ

(VOVWORLD) -ປີ 2022, ຕ້ອງສຸມໃສ່ສ້າງພື້ນຖານຂໍ້ມູນໃຫ້ສຳເລັດ, ຍູ້ແຮງຜັນຂະຫຍາຍພື້ນຖານຂໍ້ມູນກ່ຽວກັບພົນລະເມືອງ. ພວກເຮົາໄດ້ກໍ່ສ້າງພື້ນຖານຂໍ້ມູນກ່ຽວກັບວິສາຫະກິດໃຫ້ເປັນຢ່າງດີແລ້ວ, ປັດຈຸບັນຕ້ອງເຊື່ອມຕໍ່ເພື່ອຍົກລະດັບຂຶ້ນຕື່ມ, ປະຢັດເວລາໃຫ້ແກ່ວິສາຫະກິດ...



ປີ 2022, ຂະ​ແໜງ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ ສຸມ​ໃສ່​ສ້າງ​ພື້ນ​ຖານ​ຂໍ້​ມູ​ນກ່ຽວ​ກັບ​ຊັບ​ພະ​ຍາ​ກອນ​ທີ່ດິນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ທີ່ກອງປະຊຸມສະຫຼຸບວຽກງານໃນປີ 2021, ຜັນຂະຫຍາຍທິດທາງໜ້າທີ່ໃນປີ2022 ແລະ ແຜນການໄລຍະ 2022 – 2025 ຂອງກະຊວງ ຖະແຫຼງຂ່າວ ແລະ ການສື່ສານ ໄດ້ດຳເນີນໃນຕອນບ່າຍວັນທີ 22 ທັນວາ ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ເນັ້ນໜັກວ່າ: ປີ 2022, ຂະແໜງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ເຊິ່ງສຸມໃສ່ສ້າງພື້ນຖານຂໍ້ມູນກ່ຽວກັບຊັບພະຍາກອນທີ່ດິນ.

ການຫັນເປັນດີຈີຕອນ ໄດ້ກໍ່ຜົນກະທົບຕໍ່ທຸກດ້ານຂອງຊີວິດ, ດັ່ງນັ້ນກະຊວງຖະແຫຼງຂ່າວ ແລະ ການສື່ສານ ຄວນຕັ້ງໜ້າໜູນຊ່ວຍ ແລະ ຊຸກຍູ້ບັນດາທ້ອງຖິ່ນຍູ້ແຮງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ,ຫັນເປັນດີຈີຕອນ. ໄປຄຽງຄູ່ກັນນັ້ນ, ຕ້ອງສືບຕໍ່ສຸມໃສ່ກໍ່ສ້າງພື້ນຖານຂໍ້ມູນກ່ຽວກັບຊັບພະຍາກອນທີ່ດິນ, ສືບຕໍ່ປະຕິບັດສຳເລັດບັນດາໂປແກຼມ ຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດ. ທ່ານກ່າວວ່າ:

ປີ 2022, ຕ້ອງສຸມໃສ່ສ້າງພື້ນຖານຂໍ້ມູນໃຫ້ສຳເລັດ, ຍູ້ແຮງຜັນຂະຫຍາຍພື້ນຖານຂໍ້ມູນກ່ຽວກັບພົນລະເມືອງ. ພວກເຮົາໄດ້ກໍ່ສ້າງພື້ນຖານຂໍ້ມູນກ່ຽວກັບວິສາຫະກິດໃຫ້ເປັນຢ່າງດີແລ້ວ, ປັດຈຸບັນຕ້ອງເຊື່ອມຕໍ່ເພື່ອຍົກລະດັບຂຶ້ນຕື່ມ, ປະຢັດເວລາໃຫ້ແກ່ວິສາຫະກິດ...

ຕາມບົດລາຍງານຢູ່ກອງປະຊຸມແລ້ວ, ປີ 2021 ບັນດາດັດຊະນີຈັດອັນດັບໃນຫຼາຍຂົງເຂດຂຶ້ນກັບຂະແໜງຖະແຫຼງຂ່າວ ແລະ ການສື່ສານ ໄດ້ຮັບການຕີລາຄາສູງຈາກບັນດາອົງການຈັຕດັ້ງສາກົນ.

ປັດຈຸບັນ, ຫວຽດນາມ ແມ່ນປະເທດທີ 5 ໃນອາຊຽນ ທີ່ປະຕິບັດສຳເລັດການຫັນເປັນດີຈີຕອນໃນໂທລະພາບ. ອະນຸຍາດທົດລອງ ອິນເຕີເນັດ 5G ຢູ່ 16 ແຂວງ, ນະຄອນ ດ້ວຍ ສະຖານີກະຈາຍສັນຍານ 5G ຈຳນວນ 300 ແຫ່ງ, ໂດຍມີຄວາມໄວສະເລ່ຍທົບ 10 ເທົ່າເມື່ອທຽບໃສ່ກັບຄວາມໄວຂອງ ອິນເຕເນັດ 4G.

ຕອບກັບ

ຂ່າວ/ບົດ​ອື່ນ