ປີ 2022 ວິສາຫະກິດວາງເປົ້າໝາຍເຕີບໂຕສູງກວ່າ

(VOVWORLD) -ຄາດວ່າ ຍອດລາຍຮັບຂອງ 19 ກຸ່ມບໍລິສັດ, ບໍລິສັດໃຫຍ່ແມ່ນກວ່າ 820.000 ຕື້ດົ່ງ, ເທົ່າກັບ 108% ເມື່ອທຽບໃສ່ປີ 2020.
ປີ 2022 ວິສາຫະກິດວາງເປົ້າໝາຍເຕີບໂຕສູງກວ່າ - ảnh 1ທ່ານ ໂຮ່ຊີຮຸ່ງ, ຮອງປະທານຄະນະກຳມະການຄຸ້ມຄອງທຶນຂອງລັດ ຢູ່ວິສາຫະກິດ
(ພາບ: tinnhanhchungkhoan.vn)

ທ່ານ ໂຮ່ຊີຮຸ່ງ, ຮອງປະທານຄະນະກຳມະການຄຸ້ມຄອງທຶນຂອງລັດ ຢູ່ວິສາຫະກິດ, ໃຫ້ຮູ້ວ່າ: ປີ 2021, ຄາດວ່າ ຍອດລາຍຮັບຂອງ 19 ກຸ່ມບໍລິສັດ, ບໍລິສັດໃຫຍ່ແມ່ນກວ່າ 820.000 ຕື້ດົ່ງ, ເທົ່າກັບ 108% ເມື່ອທຽບໃສ່ປີ 2020. ກຳໄລກ່ອນເສຍພາສີອາກອນແມ່ນກວ່າ 34.000 ຕື້ດົ່ງ, ລື່ນກາຍແຜນການ 70%. ໝາກຜົນຂອງປີ 2021 ສະແດງໃຫ້ເຫັນວ່າ ເລື່ອງນຳໃຊ້ກາລະໂອກາດດຳເນີນທຸລະກິດແມ່ນມີຄວາມສຳຄັນທີ່ສຸດ.

        ປີ 2022, ບັນດາລັດວິສາຫະກິດ ໄດ້ກຳແໜ້ນກາລະໂອກາດເພື່ອຊອກຫາ, ນຳໃຊ້ກາລະໂອກາດເຊິ່ງຕະຫຼາດນຳມາໃຫ້, ນີ້ແມ່ນສິ່ງສຳຄັນ. ຄະນະຄຸ້ມຄອງທຶນຂອງລັດຢູ່ວິສາຫະກິດໄດ້ວາງເປົ້າໝາຍໃຫ້ແກ່ 19 ກຸ່ມບໍລິສັດ, ບໍລິສັດໃຫຍ່ບັນລຸລະດັບເຕີບໂຕສູງກວ່າການສະເລ່ຍທົ່ວປະເທດ ແລະ ສູງກວ່າປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ