ປີ 2022, ຫັນວຽກງານປ້ອງກັນ, ຕ້ານໄພທຳມະຊາດໃຫ້ເປັນມືອາຊີບ

(VOVWORLD) -ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຕ້ອງຫັນບັນດາວິທີການປ້ອງກັນ, ຕ້ານໄພທຳມະຊາດເປັນມີອາຊີບກວ່າ.
ປີ 2022, ຫັນວຽກງານປ້ອງກັນ, ຕ້ານໄພທຳມະຊາດໃຫ້ເປັນມືອາຊີບ - ảnh 1ກອງປະຊຸມທາງ
(ພາບ: TTXVN)

ທີ່ກອງປະຊຸມທາງໄກທົ່ວປະເທດສະຫຼຸບວຽກງານຂອງກົມໃຫຍ່ປ້ອງກັນ, ຕ້ານໄພທຳມະຊາດ- ຫ້ອງວ່າການຜູ້ປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດປີ 2021 ແລະ ຜັນຂະຫຍາຍໜ້າທີ່ປີ 2022 ເຊິ່ງດຳເນີນໃນຕອນບ່າຍວັນທີ 30 ທັນວາ, ຢູ່ ຮ່າໂນ້ຍ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຕ້ອງຫັນບັນດາວິທີການປ້ອງກັນ, ຕ້ານໄພທຳມະຊາດເປັນມີອາຊີບກວ່າ.

        ຕີລາຄາໝາກຜົນທີ່ບັນລຸໄດ້ໃນວຽກງານເສນາທິການຮັບໃຊ້ໃຫ້ແກ່ການຊີ້ນຳ ແລະ ບໍລິຫານການປ້ອງກັນ, ຕ້ານໄພທຳມະຊາດ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ຫງວຽນຮ່ວາງຮຽບ, ຖືວ່າ:

        “ຕ້ອງສຸມໃສ່ວຽກງານປ້ອງກັນ, ຕ້ານ, ຮັບມື ແລະ ແກ້ໄຂໄພທຳມະຊາດ. ໄລຍະທີ 1 ຕ້ອງຫັນເປັນມືອາຊີບໃຫ້ຫຼາຍກວ່າ ເພື່ອສ້າງເປັນຂັ້ນຕອນ ແລະ ເມື່ອນັ້ນຍາດເອົາແຫຼ່ງກຳລັງລົງທຶນມີລັກສະນະພື້ນຖານ ແລະ ຍາວນານ, ເດັດຂາດ. ຫຼັກການປ້ອງກັນ, ສະກັດກັ້ນແມ່ນຄຸ້ມຄອງຄວາມສ່ຽງ, ກຳນົດວຽກງານທີ່ຄວນໃຫ້ບຸລິມະສິດຕາມແຕ່ລະເຂດ, ພາກ ແລະ ທ້ອງຖິ່ນ.”

ຕອບກັບ

ຂ່າວ/ບົດ​ອື່ນ