ປີ 2023 ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຍາດ​ໄດ້ລາງວັນ​ສື່ມວນ​ຊົນ 170 ລາ​ງວັນ

(VOVWORLD) - ໜຶ່ງໃນບັນດາໝາກຜົນພົ້ນເດັ່ນແມ່ນ ໃນປີຜ່ານມາ, ວິທະຍຸກະຈາຍສຽງ ຫວຽດນາມ ຍາດໄດ້ລາງວັນສື່ມວນຊົນປະເພດຕ່າງໆ 170 ລາງວັນ.
ປີ 2023 ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຍາດ​ໄດ້ລາງວັນ​ສື່ມວນ​ຊົນ 170 ລາ​ງວັນ - ảnh 1ນັກຂ່າວ VOV  ໄດ້ຮັບລາງວັນຖະແຫຼງຂ່າວການຕ່າງປະເທດ ປີ 2023 (ພາບປະກອບ: VOV5)

  ຕອນບ່າຍວັນທີ 4 ມັງກອນ, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານວິຊາສະເພາະ ປີ 2023, ຜັນຂະຫຍາຍ 15 ໜ້າທີ່ໃນປີ 2024. ໜຶ່ງໃນບັນດາໝາກຜົນພົ້ນເດັ່ນແມ່ນ ໃນປີຜ່ານມາ, ວິທະຍຸກະຈາຍສຽງ ຫວຽດນາມ ຍາດໄດ້ລາງວັນສື່ມວນຊົນປະເພດຕ່າງໆ 170 ລາງວັນ, ນນັ້ນ ມີ ລາງວັນ ຂອງສະຫະສະມາຄົມວິທະຍຸກະຈາຍສຽງ - ໂທລະພາບ ອາຊີ - ປາຊີຟິກ 4 ລາງັວນ, ລາງວັນພິເສດຂອງ ສະຖາບັນພັດທະນາການວິທະຍຸກະຈາຍສຽງ - ໂທລະພາບ ອາຊີ - ປາຊີຟິກ 1 ລາງວັນ  ແລະ ຫຼາຍລາງວັນອື່ນຢູ່ພາຍໃນປະເທດ.

         ປີຜ່ານມາ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ໃຫ້ຂ່າວ, ບົດກ່ຽວກັບບັນດາເຫດການ, ການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳ, ການທ່ອງທ່ຽວ, ກິລາ ຢູ່ພາຍໃນປະເທດຢ່າງວ່ອງໄວທັນເວລາ, ຄົບຖ້ວນ ແລະ ຮອບດ້ານ; ພ້ອມທັງໃກ້ຊິດຕິດແທດຄຳຊີ້ນຳ, ກຳນົດທິດໃນການຖະແຫຼງຂ່າວກ່ຽວກັບບັນດາບັນຫາສາກົນ ໄດ້ຢ່າງທັນການ, ຢັ້ງຢືນຫຼັກໝັ້ນທັດສະນະຂອງພັກ, ລັດ ຫວຽດນາມ ຕໍ່ບັນດາບັນຫາສາກົນໃຫຍ່.

         ປີ 2024, ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍ່ປະຕິບັດຕາມຄຳຊີ້ນຳ, ການບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີຢ່າງໃກ້ຊິດ ເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ, ເຜີຍຂໍ້ມູນຂ່າວກ່ຽວກັບບັນດາບັນຫາ, ເຫດການຢູ່ພາຍໃນ ແລະ ຕ່າງປະເທດ ຢ່າງຊັດເຈນ, ທັນການ, ຮອບດ້ານ ແລະ ເລິກເຊິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ