ປີ 2025, ອັດຕາສ່ວນການປະກອບສ່ວນຂອງການບໍລິການ logistics ເຂົ້າໃນ GDP ບັນລຸແຕ່ 5-6%

(VOVWORLD) -ຂໍ້ຕົກລົງກໍ່ເພີ່ມເຕີ່ມແຜນງານປະຕິບັດຂອງແຜນການຮອດປີ 2035, ວິໄສທັດຮອດປີ 2045 ເພື່ອຍົກສູງກຳລັງແກ່ງແຍ້ງ ແລະ ພັດທະນາການບໍລິການ logistics ຫວຽດນາມ.
ປີ 2025, ອັດຕາສ່ວນການປະກອບສ່ວນຂອງການບໍລິການ logistics ເຂົ້າໃນ GDP ບັນລຸແຕ່ 5-6% - ảnh 1(ພາບປະກອບ: baotintuc.vn)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍ່ເຊັນຂໍ້ຕົກລົງປັບປຸງ, ເພີ່ມເຕີມຂໍ້ຕົກລົງກ່ຽວກັບການອະນຸມັດຜ່ານແຜນການກະທຳຍົກສູງກຳລັງແກ່ງແຍ້ງ ແລະ ພັດທະນາການບໍລິການ logistics ຫວຽດນາມ ຮອດປີ 2025. ຕາມນັ້ນແລ້ວ, ຮອດປີ 2025, ອັດຕາສ່ວນການປະກອບສ່ວນຂອງການບໍລິການ logistics ເຂົ້າ GDP ຂອງຫວຽດນາມ ບັນລຸແຕ່ 5-6%, ລະດັບການເຕີບໂຕການບໍລິການ logistics ບັນລຸແຕ່ 15 – 20%, ອັດຕາສ່ວນການຈ້າວ, ເຊົ່າການບໍລິການຕ່າງໆຈາກການບໍລິການ logistics ບັນລຸແຕ່ 50 – 60%, ລາຍຈ່າຍໃຫ້ແກ່ logistics ຫຼຸດລົງເທົ່າກັບ 16 – 20% GDP, ຈັດອັນດັບຕາມດັດຊະນີກຳລັງຄວາມສາມາດແຫ່ງຊາດກ່ຽວກັບ logistics (LPI) ໃນໂລກຢູ່ລະດັບ 50 ຂຶ້ນໄປ.

        ຂໍ້ຕົກລົງກໍ່ເພີ່ມເຕີ່ມແຜນງານປະຕິບັດຂອງແຜນການຮອດປີ 2035, ວິໄສທັດຮອດປີ 2045 ເພື່ອຍົກສູງກຳລັງແກ່ງແຍ້ງ ແລະ ພັດທະນາການບໍລິການ logistics ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ