ປີ 2030, ຈະມີສິນຄ້າກວ່າ 1,2 ຕື້ໂຕນສົ່ງຜ່ານລະບົບທ່າກຳປັ່ນທະເລ ຫວຽດນາມ

(VOVWORLD) - ກ່ຽວກັບຈຳນວນແຂກເດີນທາງຜ່ານທ່າກຳປັ່ນຮອດປີ 2030, ຄາດວ່າຈະບັນລຸແຕ່ 17 - ເກືອບ 19 ລ້ານເທື່ອຄົນ, ລວມທັງແຂກພາຍໃນ ແລະ ຕ່າງປະເທດ.
ປີ 2030, ຈະມີສິນຄ້າກວ່າ 1,2 ຕື້ໂຕນສົ່ງຜ່ານລະບົບທ່າກຳປັ່ນທະເລ ຫວຽດນາມ - ảnh 1(ພາບປະກອບ: TTXVN)

        ຕາມການວາງແຜນລະອຽດກຸ່ມທ່າກຳປັ່ນ, ທ່າເຮືອ, ຂົວທ່າເຮືອ, ທຸ່ນເຮືອ, ເຂດນ້ຳໄລຍະ 2021 – 2030, ວິໄສທັດຮອດປີ 2050, ຄາດວ່າ, ຮອດປີ 2030 ເຊິ່ງກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ຍື່ນສະເໜີຕໍ່ລັດຖະບານ, ປະລິມານສິນຄ້າສົ່ງໄປຜ່ານເຂດທ່າກຳປັ່ນຄາດວ່າຈະບັນລຸປະມານ 1,2 – 1,4 ຕື້ໂຕນ, ດ້ວຍປະລິມານສິນຄ້າຕູຄອນເທນເນີໄລ່ຕາມ Teu ຄາດວ່າປະມານ 26,3 – 54,34 ລ້ານ Teu. ກ່ຽວກັບຈຳນວນແຂກເດີນທາງຜ່ານທ່າກຳປັ່ນຮອດປີ 2030, ຄາດວ່າຈະບັນລຸແຕ່ 17 - ເກືອບ 19 ລ້ານເທື່ອຄົນ, ລວມທັງແຂກພາຍໃນ ແລະ ຕ່າງປະເທດ.

ຕາມກະຊວງຄົມມະນາຄົມຂົນສົ່ງແລ້ວ, ເລື່ອງສ້າງແຜນການລະອຽດກຸ່ມທ່າກຳປັ່ນແມ່ນເພື່ອຫັນການວາງແຜນສັງລວມການພັດທະນາລະບົບທ່າກຳປັ່ນເປັນລະອຽດ, ຈາກນັ້ນ, ກໍ່ມີພື້ນຖານຢ່າງລະອຽດເພື່ອຜັນຂະຫຍາຍການລົງທຶນ, ຂຸດຄົ້ນລະບົບທ່າກຳປັ່ນຢ່າງຄົບຊຸດ, ຕອບສະໜອງຄວາມຕ້ອງການສົ່ງອອກ - ນຳເຂົ້າສິນຄ້າຜ່ານທ່າກຳປັ່ນ ແລະ ມີກຳລັງແກ່ງແຍ້ງຢ່າງພຽງພໍກັບບັນດາປະເທດຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ