ປີ 2030, ຈຳນວນປະ​ຊາ​ກອນຫວຽດ​ນາມ ຈະ​ຂຶ້ນ​ເຖິງ​ໄດ້ 104 ລ້ານ​ຄົ​ນ

(VOVWORLD) - ຕາມຍຸດທະສາດຈຳນວນປະຊາກອນ ຫວຽດນາມ ມາຮອດປີ 2030 ເຊິ່ງຫາກໍ່ໄດ້ຮັບການໃຫ້ສັດຕະຍາບັນຈາກທ່ານນາຍົກລັດຖະມົນຕີ, ຂອບຂະໜາດຂອງ ຈຳນວນປະຊາກອນ ຫວຽດນາມ ຮອດ ປີ 2030 ຈະຂຶ້ນເຖິງ 104 ລ້ານຄົນ.
ປີ 2030, ຈຳນວນປະ​ຊາ​ກອນຫວຽດ​ນາມ ຈະ​ຂຶ້ນ​ເຖິງ​ໄດ້ 104 ລ້ານ​ຄົ​ນ - ảnh 1ພາບປະກອບ (ພາບ: baodansinh.vn

ຍຸດທະສາດໄດ້ວາງອອກບັນດາເປົ້າໝາຍລະອຽດ ລວມມີ: ປົກປ້ອງ ແລະ ພັດທະນາຈຳນວນປະຊາກອນ ຂອງບັນດາຊົນບັນດາເຜົ່າສ່ວນໜ້ອຍທີ່ມີຈຳນວນປະຊາກອນໜ້ອຍກ່ວາ 10 ພັນຄົນ, ຄວາມດຸ່ນດຽງກັນລະຫວ່າງຍິງ - ຊາຍແບບທຳມະຊາດ, ຍົກສູງຄຸນນະພາບຈຳນວນປະຊາກອນ, ຊຸກຍູ້ການຈັດສັນຈຳນວນປະຊາກອນຢ່າງເໝາະສົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍາດແຍ່ງໂອກາດໂຄງປະກອບ ຈຳນວນປະຊາກອນທີ່ໜຸ່ມແໜ້ນ ເປັນຢ່າງດີ ແລະ ຮັບມືກັບບັນຫາປະຊາກອນຢູ່ໃນເກນອາຍຸສູງ.

ເພື່ອບັນລຸໄດ້ບັນດາເປົ້າໝາຍນີ້, ຍຸດທະສາດໄດ້ວາງອອກ ບາງມາດຕະການຄືເພີ່ມທະວີການຊີ້ນຳ, ນຳພາຂອງ ອົງຄະນະພັກທຸກຂັ້ນ, ອຳນາດການປົກຄອງທຸກຂັ້ນ, ປ່ຽນແປງໃໝ່ການສື່ສານ, ການຂົນຂວາຍກ່ຽວກັບປະຊາກອນ, ສ້າງກົນໄກ, ນະໂຍບາຍ, ກົດໝາຍວ່າດ້ວຍຈຳນວນປະຊາກອນໃຫ້ສົມບູນແບບ, ພັດທະນາເຄືອຂ່າຍ ແລະ ຍົກສູງຄຸນນະພາບການບໍລິການກ່ຽວກັບຈຳນວນປະຊາກອນ, ຮັບປະກັນແຫຼ່ງກຳລັງໃຫ້ແກ່ວຽກງານປະຊາກອນ, ການຮ່ວມມືສາກົນ…

ຕອບກັບ

ຂ່າວ/ບົດ​ອື່ນ