ປີ 2030 - ຕະຫຼາດຂົນສົ່ງສິນຄ້າທາງອາກາດຂອງຫວຽດນາມນອນໃນ Top 4 ຂອງອາຊຽນ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຫາກກໍ່ລົງນາມຂໍ້ຕົກລົງອະນຸມັດຜ່ານການປັບປຸງແຜນກຳນົດພັດທະນາຄົມມະນາຄົມຂົນສົ່ງສິນຄ້າທາງການບິນໄລຍະຮອດປີ 2020, ກຳນົດທິດຮອດປີ 2030.

ຕາມນັ້ນແລ້ວ, ເປົ້າໝາຍຮອດປີ 2030, ຕະຫຼາດຂົນສົ່ງສິນຄ້າທາງອາກາດຫວຽດນາມ ຈະຢືນໃນກຸ່ມ 4 ປະເທດແຖວໜ້າຂອງອາຊຽນ ກ່ຽວກັບປະລິມານຂົນສົ່ງສິນຄ້າ; ພັດທະນາກອງເຮືອບິນ ຕາມກຳນົດທິດນຳໃຊ້ເຕັກໂນໂລຊີ, ເຕັກນິກທັນສະໄໝ; ພັດທະນາລະບົບທ່າອາກາດສະຍານດ້ວຍສະມັດຕະພາບຕິດຕັ້ງສາມາດຕອບສະໜອງຄວາມຕ້ອງການໃນການຂົນສົ່ງສິນຄ້າ ແລະ ກຳລັງຄວາມສາມາດຂົນສົ່ງສິນຄ້າ; ສ້າງຕັ້ງ, ພັດທະນາສູນຂົນສົ່ງຜູ້ໂດຍສານ, ສິນຄ້າ 3 ແຫ່ງທຽບເທົ່າລະດັບພາກພື້ນອາຂຽນ.

        ຕາມນັ້ນແລ້ວ, ລວມຍອດອັດຕາການຕະຫຼາດຂົນສົ່ງຜູ້ໂດຍສານເພີ່ມຂຶ້ນສະເລ່ຍ 16%/ປີ ໃນໄລຍະ 2015 – 2020 ແລະ 8%/ປີ ໃນໄລຍະ 2020 – 2030; ລວມຍອດອັດຕາການຕະຫຼາດຂົນສົ່ງສິນຄ້າເພີ່ມຂຶ້ນສະເລ່ຍ 18%/ປີ ໃນໄລຍະ 2015 – 2020 ແລະ 12%/ປີ ໃນໄລຍະ 2020 – 2030.

ກ່ຽວກັບເຄືອຂ່າຍທ່າອາກາດສະຍານ, ຮອດປີ 2020, ຜັນຂະຫຍາຍລະບົບທ່າອາກາດສະຍານ 23 ແຫ່ງລວມມີ ທ່າອາກາດສະຍານພາຍໃນປະເທດ 13 ແຫ່ງ ແລະ ທ່າອາກາດສະຍານສາກົນ 10 ແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ