ປີ APEC 2017- ກາລະໂອກາດທີ່ດີໃຫ້ແກ່ວິສາຫະກິດ ຫວຽດນາມ

ປີ APEC 2017- ກາລະໂອກາດທີ່ດີໃຫ້ແກ່ວິສາຫະກິດ ຫວຽດນາມ - ảnh 1
ການ​ປະ​ຊຸມ​ຂ່າວ ພາຍຫຼັງ​ກອງ​ປະ​ຊຸມ
(ພາບ: ມິງກວຽດ/TTXVN)

(vovworld) – ປີ APEC 2017 ແມ່ນ​ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ ເຂົ້າ​ຮ່ວມ​ເລິກ​ເຊິ່ງ​ກ່​ວາ​ໃນ​ກາ​ນ​ຮ່ວມ​ມື ແລະ ຮັບ​ຜົນ​ປະ​ໂຫຍດຫຼາຍຢ່າງ​ຈາກ​ໂຄງ​ການ​ບັດ ໄປ​ມາ​ຂອງວິ​ສາ​ຫະ​ກິດ APEC (ABTC) - ເຊິ່ງ​ແມ່ນ​ຂໍ້​ລິ​ເລີ່ມ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ APEC. ນັ້ນ​ແມ່ນ​ການຢັ້ງ​ຢືນ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ​ທີ່ “ກອງ​ປະ​ຊຸມ​ວິ​ສາ​ຫະ​ກິດ ດ່າ​ນັ້ງ ກັບ​ປີ APEC  ຫວຽດ​ນາມ 2017” ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ດ່າ​ນັ້ງ ສົມ​ທົບ​ກັບ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ (VCCI), ຄະ​ນະ​ເລ​ຂາ​ແຫ່ງ​ຊາດ APEC ຫ​ວຽດ​ນາມ ສົມ​ທົບ​ກັນ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 1/4. ທ່ານ ຫວູ​ຕ໋ຽນ​ໂລກ, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ຈຸດ​ເວ​ລາ​ເພື່ອ​ໃຫ້​ບັນ​ດາ​ຜູ້​ສ້າງ​ສາ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ ແລະ ພື້ນ​ຖານ​ເສດ​ຖະ​ກິດ APEC, ບັນ​ດາ​ມະ​ຫາ​ເສດ​ຖີ​ແຖວ​ໜ້າ​ມີ​ໜ້າ​ຢູ່ ຫວຽດ​ນາມ. ເຂົາ​ເຈົ້າ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ​ທົ່ວ​ໂລກ, ເຊື່ອມ​ໂຍງ​ພາກ​ພື້ນ, ພັດ​ທະ​ນາ​ແບບຍ​ືນ​ຍົງ. ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວນີ້​ຈະ​ມີ​ເງື່ອນ​ໄຂ​ກຳ​ແໜ້​ນ​ທ່າ​ອ່ຽງ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ. ການ​ພົບ​ປະ, ເຂົ້າ​ຮ່ວມ, ແລກ​ປ່ຽນ ກຳ​ແໜ້ນ​ທ່າອ​່ຽງ​ເສດ​ຖະ​ກິດ​ທົ່ວ​ໂລກ​ຈະ​ແມ່ນ​ໂອ​ກາດ​ມີ​ວິ​ໄສ​ທັດ, ຍຸ​ດ​ທະ​ສາດ​ໃຫ້​ແກ່​ການ​ພັດ​ທະ​ນາ, ກຳ​ແໜ້ນ​ທ່າ​ອ່ຽງ​ບໍ​ລິ​ຫານ​ວິ​ສາ​ຫະ​ກິດ​ໃນ​ທົ່ວ​ໂລກ, ຮູບ​ແບບ​ການ​ບໍ​ລິ​ຫານ. ສິ່ງ​ສຳ​ຄັນ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພວກ​ເຮົາ​ເຊື່ອມ​ຕໍ່​ກັບ​ວິ​ສາ​ຫະ​ກິດ​ແຖວ​ໜ້າ.”


ຂ່າວ/ບົດ​ອື່ນ