ປີ APEC 2019 ເຊີດຊູພື້ນຖານເສດຖະກິດດີຈີຕອນ, ເຊື່ອມຕໍ່ ແລະ ບົດບາດຂອງແມ່ຍິງໃນການພັດທະນາເສດຖະກິດ

(VOVWORLD) -ເສດຖະກິດດີຈີຕອນ ແລະ ບັນດາຂະແໜງການບໍລິການ, ການຮ່ວມສໍາພັນເຂດ ແລະ ບົດບາດຂອງແມ່ຍິງໃນການພັດທະນາເສດຖະກິດ ຈະແມ່ນບັນດາຫົວຂໍ້ຕົ້ນຕໍ ໄດ້ໃຫ້ບຸລິມະສິດ ໃນປີ ເວທີປາໄສຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) 2019 ຢູ່ຈີເລ.

ກ່າວຄໍາເຫັນທີ່ການປະຊຸມຂ່າວ ໃນວັນທີ 11 ກໍລະກົດ, ທ່ານ Rodrigo Yanez ຜູ້ອໍານວຍການໃຫຍ່ຮັບຜິດຊອບການພົວພັນເສດຖະກິດສາກົນ ສັງກັດກະຊວງການຕ່າງປະເທດຈີເລ ຢັ້ງຢືນວ່າ ເປັນປະເທດເຈົ້າພາບ APEC  2019, ຈີເລ ມີກາລະໂອກາດດີສຸດ ເພື່ອຊັກຈູງ ແລະ ສ້າງໂຄງການດໍາເນີນງານພາກພື້ນ ກ່ຽວກັບກະແສການຄ້າໃຫ້ເປັນປົກກະຕິກວ່າ. ໂຄງການດໍາເນີນງານນີ້ ອະນຸຍາດໃຫ້ກໍານົດບັນດາຂົງເຂດເໝາະສົມກັບຍຸດທະສາດ ແລະ ນະໂຍບາຍການຄ້າຂອງ ຈີເລ, ພິເສດແມ່ນ ກ່ຽວຂ້ອງເຖິງບັນດາບຸລິມະສິດຂອງ ຈີເລ ກ່ຽວກັບຄວາມສາມາດດ້ານເສດຖະກິດ ແລະ ການເຕີບໂຕແບບຍືນຍົງ.

        ຕາມແຜນການແລ້ວ, ມີຜູ້ແທນປະມານ 20.000 ຄົນ ທີ່ມາຈາກ 21 ພື້ນຖານເສດຖະກິດ ສະມາຊິກ APEC ຈະເຂົ້າຮ່ວມ ກວ່າ 200 ກອງປະຊຸມ ໃນຂອບເຂດ APEC 2019   ຢູ່ຈີເລ.

ຕອບກັບ

ຂ່າວ/ບົດ​ອື່ນ