ປັກ​ກິ່​ງ ກ່າວ​ເຕືອນຈະ​ຕອບ​ໂຕ້ ອາ​ເມ​ລິ​ກາ ຍ້ອນຄວບ​ຄຸມ​ບັນດາ​​ສໍານັກຂ່າວສານ​ແຫ່ງ​ຊາດຂອງ ຈີນ

(VOVWORLD) -ໂຄສົກຂອງກະຊວງການຕ່າງປະເທດ ຈີນ ຈ້າວລິຈຽນ ໄດ້ກ່່າວເຕືອນວ່າ ຈະ ຕອບໂຕ້ ອາເມລິກາ ເທົ່າທີ່ຄວນ ພາຍຫຼັງທີ່ ວໍຊີງຕັນ ເພີ່ມທະວີການຄວບຄຸມ ສໍານັກຂ່າວສານແຫ່ງຊາດຂອງ ຈີນ ປະຈໍາ ອາເມລິກາ ຕື່ມອີກ 4 ແຫ່ງ.
ປັກ​ກິ່​ງ ກ່າວ​ເຕືອນຈະ​ຕອບ​ໂຕ້ ອາ​ເມ​ລິ​ກາ ຍ້ອນຄວບ​ຄຸມ​ບັນດາ​​ສໍານັກຂ່າວສານ​ແຫ່ງ​ຊາດຂອງ ຈີນ - ảnh 1ໂຄສົກຂອງກະຊວງການຕ່າງປະເທດ ຈີນ ຈ້າວລິຈຽນ (ພາບ: AFP/TTXVN)

ກ່າວຄໍາເຫັນທີ່ກອງປະຊຸມຖະແຫຼງຂ່າວນັດສາມັນ ທີ່ດໍາເນີນໃນວັນທີ 23 ມິຖຸນາ, ໂຄສົກຂອງກະຊວງການຕ່າງປະເທດ ຈີນ ຈ້າວລິຈຽນ ໄດ້ກ່່າວເຕືອນວ່າ ຈະ ຕອບໂຕ້ ອາເມລິກາ ເທົ່າທີ່ຄວນ ພາຍຫຼັງທີ່ ວໍຊີງຕັນ ເພີ່ມທະວີການຄວບຄຸມ ສໍານັກຂ່າວສານແຫ່ງຊາດຂອງ ຈີນ ປະຈໍາ ອາເມລິກາ ຕື່ມອີກ 4 ແຫ່ງ. ປັກກິ່ງໄດ້ຍົກອອກຖະແຫຼງການດັ່ງກ່າວ ພາຍຫຼັງທີ່ ກະຊວງການຕ່າງປະເທດ ອາເມລິກາ ປະກາດຂໍ້ຕົກລົງປ່ຽນແປງຂໍ້ກໍານົດສໍາລັບ 4 ສໍານັກຂ່າວສານແຫ່ງຊາດ ຂອງ ຈີນ ພຽງແຕ່ 01 ວັນ, ຕາມນັ້ນແລ້ວ, ຈັດ ໂທລະພາບສູນກາງ ຈີນ (CCTV), ໜັງສືພິມ ເຢິ໊ນມິ໊ນ ຊື໊ບາວ, ຄວ໊ານຈ໊ຽວຊື໊ບາວ ແລະ ສໍານັກ China News Service (CNS) ເຂົ້າໃນກຸ່ມບັນດາຄະນະປະຕິບັດງານການທູດຕ່າງປະເທດ ແທນທີ່ຈະເປັນບັນດາສໍານັກຂ່າວສານປະຈໍາ ອາເມລິກາ. ກໍຕາມຂໍ້ກໍານົດໃໝ່ນີ້, 4 ສໍານັກຂ່າວສານດັ່ງກ່າວຂອງຈີນ ຈະຕ້ອງລາຍງານຕໍ່ກະຊວງການຕ່າງປະເທດ ອາເມລິກາ ຂໍ້ມູນລະອຽດກ່ຽວກັບບຸກຄະລາກອນ ແລະ ບັນດາການພົວພັນແລກປ່ຽນອະສັງຫາລິມະຊັບ ຢູ່ ອາເມລິກາ, ເຖິງວ່າ ບໍ່ຖືກຈໍາກັດການເຄື່ອນໄຫວສື່ຂ່າວ, ກໍ່ຕາມ. ການກະທໍາດັ່ງກ່າວ ໄດ້ເຮັດໃຫ້ຄວາມເຄັ່ງຕຶ່ງລະຫວ່າງສອງປະເທດມະຫາອໍານາດນີ້ເພີ່ມຂຶ້ນຕື່ມອີກ.

ນັກຂ່າວ VOV ປະຈໍາ ຈີນ

ຕອບກັບ

ຂ່າວ/ບົດ​ອື່ນ