ປົກ​ປັກ​ຮັກ​ສາ ແລະ ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເຂດ​ຊາຍ​ແດນ ແມ່ນ​ຜົນ​ປະ​ໂຫຍດ ແລະ ຄວາມ​ຮັບ​ຜິດ​ຊອບ​ລວມ​ຂອງ​ປະ​ຊາ​ຄົ​ມ​ສາ​ກົນ

(VOVWORLD) -ຕອນຄ່ຳວັນທີ 9 ສິງຫາ, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ປະທານຜັດປ່ຽນ ເດືອນສິງຫາ 2021 ຂອງສະພາຄວາມໝັ້ນຄົງ ສປຊ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນໃນວາລະປຶກສາຫາລືເປີດຂັ້ນສູງ ຂອງສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ: ຂົງເຂດໜຶ່ງໃນການຮ່ວມມືສາກົນ” ເຊິ່ງຖືກຈັດຂຶ້ນແບບທາງໄກ.
ປົກ​ປັກ​ຮັກ​ສາ ແລະ ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເຂດ​ຊາຍ​ແດນ ແມ່ນ​ຜົນ​ປະ​ໂຫຍດ ແລະ ຄວາມ​ຮັບ​ຜິດ​ຊອບ​ລວມ​ຂອງ​ປະ​ຊາ​ຄົ​ມ​ສາ​ກົນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງກ່າວຄຳເຫັນທີ່ວາລະປຶກສາຫາລື (ພາບ: VGP)

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ: ໂດຍເປັນປະເທດແຄມທະເລ, ຫວຽດນາມ ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄຸນຄ່າອັນໃຫຍ່ຫຼວງຂອງທະເລ ກໍຄື ບັນດາສິ່ງທ້າທາຍໃນການປ້ອງກັນຄວາມສະຫງົບຢູ່ທະເລ.  ຫວຽດນາມ ພວມຜັນຂະຫຍາຍຍຸດທະສາດພັດທະນາເສດຖະກິດທະເລແບບຍືນຍົງ ເພື່ອຂຸດຄົ້ນຊັບພະຍາກອນທຳມະຊາດແບບຍືນຍົງ ແລະ ມີຄວາມຮັບຜິດຊອບ ຮັບໃຊ້ການພັດທະນາ, ຍົກສູງກຳລັງຄວາມສາມາດປະຕິບັດກົດໝາຍ, ຮັບປະກັນ ແກ້ໄຂບັນຫາຢູ່ທະເລ, ການປົກປັກຮັກສາອະທິປະໄຕ, ອຳນາດອະທິປະໄຕ, ອຳນາດສານ ແລະ ຜົນປະໂຫຍດອັນຊອບທຳຢູ່ທະເລ ໃຫ້ເປັນຢ່າງດີ.

ຫວຽດນາມ ຢຶດໝັ້ນປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍກັບບັນດາສາຍພົວພັນສາກົນ; ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງບັນດາປະເທດທັງໝົດໃນໂລກ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ, ໃນຄວາມມານະພະຍາຍາມແກ້ໄຂບັນດາບັນຫາປ້ອງກັນຄວາມສະຫງົບຢູ່ທະເລ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຊຸກຍູ້ການພັດທະນາແບບຍືນຍົງຢູ່ພາກພື້ນ ແລະ ໃນໂລກ. ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ:

“ບັນຫາຄວາມໝັ້ນຄົງຢູ່ທະເລ ແມ່ນບັນຫາທົ່ວໂລກ ສະນັ້ນ ຕ້ອງມີມາດຕະການທົ່ວໂລກ; ສຳຜັດຢ່າງຮອບດ້ານ, ກວມລວມ ບົນພື້ນຖານຂອງການຮ່ວມມືເຈລະຈາ ແລະ ກົດໝາຍສາກົນ, ເພີ່ມທະວີການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ທັງພາກພື້ນ ແລະ ລະຫວ່າງພາກພື້ນ ກໍຄືໃນຂອບເຂດທົ່ວໂລກ ເພື່ອນແນໃສ່ຮັບມືກັບບັນດາສິ່ງທ້າທາຍຢູ່ທະເລໃຫ້ມີປະສິດທິຜົນ. ບັນດາປະເທດ ຄວນປະຕິບັດພັນທະນິຕິກຳຕາມສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລຢ່າງຄົບຖ້ວນ, ເຄົາລົບອະທິປະໄຕ, ຜົນປະໂຫຍດ ແລະ ບັນດາການເຄື່ອນໄຫວເສດຖະກິດທີ່ຖືກຕ້ອງຕາມກົດໝາຍຂອງບັນດາປະເທດແຄມທະເລ; ແກ້ໄຂບັນດາຂໍ້ຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ເຄົາລົບບັນດາວິວັດທະນາການທາງການທູດ ແລະ ນິຕິກຳ ແລະ ຮັບປະກັນສິດເສລີ, ຄວາມປອດໄພ, ຄວາມໝັ້ນຄົງໃນການເດີນເຮືອ ແລະ ການບິນ, ຫຼີກລ້ຽງບັນດາການເຄື່ອນໄຫວທີ່ເຮັດໃຫ້ສະພາບການສັບສົນ ຫຼື ເຄັ່ງຕຶງຂຶ້ນຕື່ມ”.

ຕອບກັບ

ຂ່າວ/ບົດ​ອື່ນ