ປົກປັກຮັກສາທະເລຕາເວັນອອກ ໃຫ້ກາຍເປັນ ເຂດສັນຕິພາບ, ຮ່ວມມື ແລະ ວັດທະນາຖາວອນ

ປົກປັກຮັກສາທະເລຕາເວັນອອກ ໃຫ້ກາຍເປັນ ເຂດສັນຕິພາບ, ຮ່ວມມື ແລະ ວັດທະນາຖາວອນ - ảnh 1
(ພາບປະກອບ)

(vovworld) –  ຕອນ​ເຊົ້າ​ວັນ​ທີ 25/07, ຢູ່​ມະຫາວິທະຍາ​ໄລ ​ຕົນ​ດຶກ​ທັ໋ງ, ນະຄອນ​ໂຮ່ຈິ​ມິນ, ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ. ກອງ​ປະຊຸມ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ນັກຮຽນ​ຮູ້​ຫຼາຍຄົນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ບັນດາ​ຜູ້​ຊ່ຽວຊານ​ທີ່​ມີ​ຊື່​ສຽງ​ໃນ​ໂລກ​ກ່ຽວກັບ​ທະ​ເລ​ຕາ​ເວັນ​ອອກ.

        ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ດັ້ງ​ງອກ​ຕູ່​ງ, ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ເນັ້ນ​ໜັກ​ວ່າ.

  “ກອງ​ປະຊຸມ​ສຳ​ມະ​ນາ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ ຍ້ອນ​ບັນດາ​ນັກວິທະຍາສາດ, ບັນດາ​ຜູ້​ສ້າງ​ກົດໝາຍ ຈະປະກອບ​ສຽງ​ເວົ້າ​ເພື່ອ​ເຮັດ​ແນວ​ໃດ ​ແຕ່ລະ​ປະ​ເທດ​ຕ້ອງ​ອີງ​ໃສ່​ກົດໝາຍ​ສາກົນ, ອີງ​ໃສ່​ມູນ​ເຊື້ອ​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ສະຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ນີ້. ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ທະ​ເລ​ຕາ​ເວັນ​ອອກ ​ກາຍ​ເປັນ​ແຫ່ງພົວພັນ​ແລກປ່ຽນ​ທີ່​ສະດວກ, ກ່າຍ​ເປັນ​​ເຂດສັນຕິພາບ, ຊາວ​ປະມົງ​ຫວຽດນາມ ຫາ​ປາ​ເປັນ​ປົກກະຕິນັບ​ແຕ່​ດົນ​ນານ​ມາ​ແລ້ວ ​ແລະ ກາຍ​ເປັນສະຖານ​ທີ່​ປອດການ​ຂັດ​ແຍ້​ງ”.

        ບັນດາ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ລ້ວນ​ແຕ່​ຢືນຢັນ​ວ່າ: ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ເຂດ​ທະ​ເລ​ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ສຳຄັນ, ກ່ຽວ​ຂ້ອງ​ເຖິງ​ສິດ​ເສລີ​ໃນ​ການ​ເດີນ​ເຮືອ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ. ສະ​ນັ້ນ, ຕ້ອງ​ປົກ​ປັກ​ຮັກສາ​ທະ​ເລ​ຕາ​ເວັນ​ອອກ​ເປັນ​ເຂດ​ສັນຕິພາບ, ຮ່ວມ​ມື ​ແລະ ວັດທະນາ​ຖາວອນ. ທ່ານ​ຫງວຽນ​ແມ້ງ​ຮຸ່ງ, ຜູ້​ຊ່ຽວຊານ​ດ້ານ​ການ​ເມືອງ ​ແລະ ພົວພັນ​ກັບ​ໂລກ ສະ​ຖາ​ບັນ​ມະຫາວິທະຍາ​ໄລ George Mason, ອາ​ເມ​ລິ​ກາ ຊີ້​ແຈ້ງວ່າ.

        “ຖ້າ​ຫາກ​ເກີດ​ການ​ປະ​ທະ​ກັນ ຊາວ​ປະມົງ​ຈະ​ບໍ່​ໄດ້​ຮັບປະກັນ ​ແລະ ຖືກ​​ເສຍ​ຫາຍ, ສະ​ນັ້ນ​ມາດ​ຕະການ​ແກ້​ໄຂ​ຍາວ​ນານ​ຍັງ​ແມ່ນ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຊາວ​ປະມົງ​ສາມາດ​ສືບ​ຕໍ່​ຫາ​ປາ​ໃນ​ບັນດາ​ເຂດ​ຫາ​ປາ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ເຂົາ​ເຈົ້າ. ຢາກ​ເຮັດ​ໄດ້​ສິ່ງ​ນັ້ນ, ຕ້ອງມີ​ເຈດ​ຕະນາ​ດີ, ຮຽກຮ້ອງ​ໃຫ້​ມີ​ຄວາມ​ຄ່ອງ​ແຄ້ວ ​ແລະ ຕ້ອງ​ຈຳກັດ​ຄວາມ​ມັກ​ໃຫຍ່​ໄຝ່ສູງ​ຫຼາຍ​ເກີນ​ໄປ. ຂ້າພະ​ເຈົ້າ​ຄິດ​ວ່າ ຕ້ອງ​ອີງ​ໃສ່​ກົດໝາຍ​ສາກົນ”.

ຂ່າວ/ບົດ​ອື່ນ