ປົກປັກຮັກສາ,ເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ-ລາວຕະຫຼອດໄປ

(VOVWORLD) - ຕອນຄໍ່າວັນທີ 24 ກຸມພາ, ຢູ່ນະຄອນຫຼວງວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລິຈິດ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ຫງວຽນຟຸຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຢ່າງສົມກຽດ ເນື່ອງໃນໂອກາດໄປຢ້ຽມຢາມສັນທະວະໄມຕີ ສປປ.ລາວ.

ປົກປັກຮັກສາ,ເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ-ລາວຕະຫຼອດໄປ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລິຈິດ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ຫງວຽນຟຸຈ້ອງ

(ພາບ: TTXVN)

ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ຢືນຢັນວ່າ ຈະສືບຕໍ່ຮ່ວມມືກັບຫວຽດນາມ ເພີ່ມທະວີ ແລະ ເພີ່ມພູນຄູນສ້າງມູນເຊື້ອຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລາວ - ຫວຽດນາມ.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ເນັ້ນໜັກວ່າ:

        “ພວກຂ້າພະເຈົ້າມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າ, ໃນສະພາບການປະຈຸບັນ ພວມວາງອອກບັນດາຄວາມຮຽກຮ້ອງໃໝ່ໃຫ້ພວກເຮົາ, ຍິ່ງກວ່າສິ່ງໃດໝົດ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ພວກເຮົາ ຕ້ອງຮັດແໜ້ນສາຍພົວພັນ, ຮ່ວມແຮງຮ່ວມໃຈ, ເສີມຂະຫຍາຍມູນເຊື້ອສາມັກຄີ ແລະ ການຮ່ວມມື, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງແຮງ, ສືບຕໍ່ນຳພາລະກິດປະຕິວັດຂອງ 2 ຊາດພວກເຮົາກ້າວຂຶ້ນຕາມເປົ້າໝາຍສັງສົມນິຍົມ”.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ຖືວ່າ: ຂະບວນວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາສາຍພົວພັນສາມັກຄີແບບພິເສດລະຫວ່າງ 2 ປະເທດແມ່ນຫາຍາກທີ່ສຸດໃນໂລກ ແລະ ໄດ້ກາຍເປັນຊັບສົມບັດອັນລ້ຳຄ່າຂອງ 2 ພັກ, 2 ຊາດ ເຊິ່ງລຸ້ນຄົນປະຈຸບັນຄວນປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ຖ່າຍທອດສູ່ຄົນລຸ້ນຫຼັງ.

ຕອບກັບ

ຂ່າວ/ບົດ​ອື່ນ