ປົກປ້ອງຜົນປະໂຫຍດການສົ່ງອອກສິນຄ້າໄປຍັງອາເມລິກາ

 ປົກປ້ອງຜົນປະໂຫຍດການສົ່ງອອກສິນຄ້າໄປຍັງອາເມລິກາ	 - ảnh 1
ພາບປະກອບ
(vovworld) -  ​ວັນ​ທີ 24/5, ສະພາ​ທີ່​ປຶກສາ​ປົກ​ປ້ອງ​ດ້ານ​ການ​ຄ້າ ສັງ​ກັດ​ສູນ WTO -ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸ​ມສຳ​ມະ​ນາ​ພາຍ​ໃຕ້​ຫົວ​ຂໍ້​ວ່າ: ຍື່ນ​ໃບຮ້ອງ​ຟ້ອງ​ເຖິງ​ສານ​ອາ​ເມ​ລິ​ກາ ​ແລະ WTO ​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດ​ໃນ​ການສົ່ງ​ອອກ​ສິນຄ້າ ຕໍ່ຫນ້າ​ບັນດາ​ມາດ​ຕະການ​ຕ້ານ​ການ​ຂາຍບຸບ​ລາຄາ - ຕ້ານ​ການ​​ຫນູນຊ່ວຍ ຢູ່ ອາ​ເມ​ລິ​ກາ, ພຶດຕິ​ກຳ​ຕົວ​ຈິງ ​ແລະ ບົດຮຽນ”. ຕາມ​ການສັງ​ເກດ​ຈາ​ກບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ແລ້ວ​, ​ໃນ​ຊຸມ​ປີ​ຕໍ່​ໄປ ບັນດາ​ປະ​ເພດ​ສິນຄ້າ​ຄື: ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ, ​ເຄື່ອງ​ເຟີ​ນີ​ເຈີ, ​ເຄື່ອງ​ສິລະ​ປະ​ຫັດຖະກຳ, ​ເຫລັກ​ກ້າ ອາດ​ຈະ​ຖືກ​ຈັດ​ເຂົ້າ​ບັນຊີ​ລາຍ​ຊື່ປະ​ເພດສິນຄ້າ​ຂາຍ​ບຸບ​ລາຄາ​​ຫລາຍກວ່າ​ໝູ່. ນອກ​ນັ້ນ ບາງ​ປະ​ເພດ​ສິນຄ້າ​ໃຫມ່​ຄື: ​ທາດເຄມີ, ຜະລິດ​ຕະພັນ​ເຄື່ອງ​ກົນ​ຈັກ, ​ໄຟຟ້າ, ຢາງປະລາສະຕິກ ອາດ​ຈະ​ຖືກ​ສືບສວນ. ຫນຶ່ງ​ໃນ​ບັນດາ​ເຄື່ອງມື​ທາງ​ດ້ານ​ກົດໝາຍມີ​ປະສິດທິ​ຜົນ​ທີ່​ສຸດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ສົ່ງ​ອອກ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຕົນ​ແມ່ນ​ອີງ​ໃສ່ການ​ຕັດສິນ​ຂອງ​ສານ​ອາ​ເມ​ລິ​ກາ ຫລື ກົນ​ໄກ​ແກ້​ໄຂ​ການ​ພິພາດ​ຂອງ​ອົງການ​ການ​ຄ້າ​ໂລກ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທະນາຍຄວາມ William Barringer ທີ່​ປຶກສາ​ດ້ານ​ການ​ຄ້າ​ໂລກ ​ໄດ້​​​ເຈາະ​ຈີ້ມ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ບັນດາ​ອົງການ​ຂອງ​ລັດຖະບານ ຫວຽດນາມ ກ່ຽວ​ກັບ​​ເນື້ອ​ໃນ​ຕ້ອງ​ຄິດ​ໄລ່​ຊັ່ງຊາ ​ເມື່ອ​ຕັດສິນ​ສົ່ງ​​ໃບ​ຮ້ອງ​ຟ້ອງ​ເຖິງ​ສານ​ຂອງ​ອາ​ເມ​ລິ​ກາ ຫລື ອົງການ​ການ​ຄ້າ​ໂລກ. ທະນາຍຄວາມ William Barringer ​ໃຫ້​ຮູ້​ວ່າ:

        “ ທຳ​ອິດ​ຕ້ອງ​ມີ​ລະບຽບ​ການ​ກ່ຽວ​ກັບ​ການ​ສືບສວນ​ທາງ​ການຢ່າງຄົບ​ຖ້ວນ. ນີ້​ແມ່ນ​ລະບຽບ​ການຈຳ​ເປັນ​ໃນ​ກໍລະນີ​ເຂົາ​ເຈົ້າ​ຢາກ​ຮ້ອງ​ຟ້ອງ​ຕໍ່ WTO ​ແລະ ສານ​ຂອງ​ອາ​ເມ​ລິ​ກາ. ບັນຫາ​ທີ​ສອງ ​ເມື່ອ​ຄວາ​ມຮຽກຮ້ອງ​ຂອງ​ລັດຖະບານ ​ຕ້ອງ​ມີ​ການ​ຮ້ອງ​ຟ້ອງ​ ຢູ່ WTO ​ເຂົາ​ເຈົ້າ​ຕ້ອງ​ຫນູນ​ຊ່ວຍ​ລັດຖະບານ​ໃນ​ການ​ກະກຽມ​ສຳ​ເນົາ​ເອກະສານ.”

ຂ່າວ/ບົດ​ອື່ນ