ປົກ​ປ້ອງ​ພົນ​ລະ​ເມືອງ​ທີ່​ກ່ຽວ​ຂ້ອງ​ເຖິງ​ເຫດ​ໄຟ​ໄໝ້​ຢູ່ Manchester, ອັງ​ກິດ

(VOVWORLD) - ປັດຈຸບັນ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງສອງປະເທດພວມຕັ້ງໜ້າສົມທົບກັນເພື່ອຢັ້ງຢືນຊື່ ແລະ ນາມສະກຸນຂອງຜູ້ປະສົບເຄາະຮ້າຍທີ່ຍັງເຫຼືອ. 
ປົກ​ປ້ອງ​ພົນ​ລະ​ເມືອງ​ທີ່​ກ່ຽວ​ຂ້ອງ​ເຖິງ​ເຫດ​ໄຟ​ໄໝ້​ຢູ່ Manchester, ອັງ​ກິດ - ảnh 1ສະຖານທີ່ເກີດເຫດ (ພາບ: PA)

ຕາມສະຖານທູດ ຫວຽດນາມ ປະຈຳ ອັງກິດແລ້ວ, ວັນທີ 16 ສິງຫາ, ຕຳຫຼວດ Manchester ປະກາດວ່າໄດ້ກວດພົບອີກ 1 ສົບ ໃນເຮືອນທີ່ຖືກໄຟໄໝ້ຢູ່ Oldham, Manchester. ຕຳຫຼວດໃຫ້ຮູ້ວ່າ ຈະສືບຕໍ່ຊອກຫາຈົນຮອດເວລາທີ່ແນ່ນອນວ່າ ບໍ່ມີຜູ້ປະສົບເຄາະຮ້າຍໃດຢູ່ສະຖານທີ່ເກີດເຫດ. ມາຮອດປັດຈຸບັນໄດ້ພົບເຫັນ ຜູ້ປະສົບເຄາະຮ້າຍ 4 ຄົນຢູ່ເຂດເຮືອນຖືກໄຟໄໝ້ ແລະ ຢັ້ງຢືນໄດ້ຄົນໜຶ່ງແມ່ນພົນລະເມືອງ ຫວຽດນາມ. ວັນທີ 13 ສິງຫາ, ກົມກົງສູນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕິດຕໍ່ ແລະ ສະແດງຄວາມເສົ້າສະຫຼົດໃຈກັບຄອບຄົວພົນລະເມືອງດັ່ງກ່າວ. ປັດຈຸບັນ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງສອງປະເທດພວມຕັ້ງໜ້າສົມທົບກັນເພື່ອຢັ້ງຢືນຊື່ ແລະ ນາມສະກຸນຂອງຜູ້ປະສົບເຄາະຮ້າຍທີ່ຍັງເຫຼືອ. ກະຊວງການຕ່າງປະເທດ, ກົມກົງສູນ ແລະ ສະຖານທູດ ຫວຽດນາມ ປະຈຳ ອັງກິດ ຍາມໃດກໍ່ຕິດຕາມການຜັນແປຂອງເຫດການຢ່າງໃກ້ຊິດ, ຕັ້ງໜ້າສົມທົບກັບອົງການທີ່ມີໜ້າທີ່ຮັບຜິດຊອບສອງປະເທດ ຢັ້ງຢືນຕົວຕົນຂອງຜູ້ປະສົບເຄາະຮ້າຍ, ຊຸກຍູ້ການສືບສວນ, ເຮັດແຈ້ງເຫດການ ແລະ ໜູນຊ່ວຍຄອບຄົວຜູ້ປະສົບເຄາະຮ້າຍ ບັນດາບັນຫາໄວ້ທຸກຕາມປະສົງຂອງຄອບຄົວ.

ຕອບກັບ

ຂ່າວ/ບົດ​ອື່ນ