​ປົກ​ປ້ອງ​ພົນ​ລະ​ເມືອງ​ຫວຽດນາມ

(VOVWORLD) -ຫຼາຍປະເທດ ແລະ ເຂດແຄວ້ນໄດ້ຈໍາກັດການໄປ-ມາ ຫຼື ປິດປະຕູບັນດາສະໜາມບິນສາກົນ ພາໃຫ້ແຂກຜູ້ໂດຍສານຫຼາຍຄົນ ເຊິ່ງແມ່ນຊາວຫວຽດນາມ ຖືກຕິດຄ້າງຢູ່ຕາມສະໜາມບິນສາກົນ.

        ໃນສະພາບໂລກລະບາດ Covid – 19 ພວມມີການຜັນແປຢ່າງສັບສົນໃນທົ່ວໂລກ, ຫຼາຍປະເທດ ແລະ ເຂດແຄວ້ນໄດ້ຈໍາກັດການໄປ-ມາ ຫຼື ປິດປະຕູບັນດາສະໜາມບິນສາກົນ ພາໃຫ້ແຂກຜູ້ໂດຍສານຫຼາຍຄົນ ເຊິ່ງແມ່ນຊາວຫວຽດນາມ ຖືກຕິດຄ້າງຢູ່ຕາມສະໜາມບິນສາກົນ. ຕໍ່ໜ້າສະພາບການດັ່ງກ່າວ, ກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ຄໍາຕັກເຕືອນແກ່ພົນລະເມືອງຫວຽດນາມ ກ່ຽວກັບການໄປ - ມາ, ພິເສດແມ່ນຕັກເຕືອນໃຫ້ພົນລະເມືອງ ຈົ່ງຈໍາກັດການໄປ - ມາລະຫວ່າງບັນດາປະເທດ ແລະ ກັບຄືນຫວຽດນາມໃນຈຸດເວລາປັດຈຸບັນ, ປະຕິບັດຕາມມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດຢູ່ປະເທດປະຈໍາຖິ່ນ. ກໍລະນີທີ່ຕ້ອງການຮັບການຊ່ວຍໜູນ, ສະເໜີພົນລະເມືອງຫວຽດນາມ ຕິດຕໍ່ພົວພັນຕາມໂທລະສັບສາຍດ່ວນ ທີ່ຖືກລົງທາງເວັບໄຊຂອງບັນດາອົງການຕາງໜ້າທາງການທູດຂອງຫວຽດນາມ ປະຈໍາຕ່າງປະເທດ ຫຼື ໂທລະສັບເຖິງສູນປົກປ້ອງພົນລະເມືອງ - ສະຖານກົງສູນຄື: +84 981 848484. 

ຕອບກັບ

ຂ່າວ/ບົດ​ອື່ນ