ປົກປ້ອງພົນລະເມືອງຫວຽດນາມທີ່ກ່ຽວຂ້ອງເຖິງເລື່ອງເຂົ້າເມືອງສິງກະໂປ

(VOVWORLD) -ນັບແຕ່ເວລາ 23 ໂມງ 59 ນາທີ, ວັນທີ 16 ມີນາ 2020 (ຕາມເວລາ ສິງກະໂປ), ຜູ້ເຂົ້າເມືອງສິງກະໂປ ທັງໝົດທີ່ເດີນທາງມາຈາກ ແລະ ໄປຜ່ານບັນດາປະເທດອາຊຽນ
ປົກປ້ອງພົນລະເມືອງຫວຽດນາມທີ່ກ່ຽວຂ້ອງເຖິງເລື່ອງເຂົ້າເມືອງສິງກະໂປ - ảnh 1 (ພາບປະກອບ: TTXVN)

ຕາມບົດລາຍງານຂອງສະຖານທູດສິງກະໂປ ປະຈຳຫວຽດນາມ ແລ້ວ, ຍ້ອນການແຜ່ລະບາດຢ່າງວ່ອງໄວຂອງໂລກພະຍາດ Covid-19 ໃນທົ່ວໂລກ, ນັບແຕ່ເວລາ 23 ໂມງ 59 ນາທີ, ວັນທີ 16 ມີນາ 2020 (ຕາມເວລາ ສິງກະໂປ), ຜູ້ເຂົ້າເມືອງສິງກະໂປ ທັງໝົດທີ່ເດີນທາງມາຈາກ ແລະ ໄປຜ່ານບັນດາປະເທດອາຊຽນ (ໃນນັ້ນມີຫວຽດນາມ), ຍີ່ປຸ່ນ, ສະວິດ, ລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ໃນເວລາ 14 ວັນກ່ອນໜ້ານັ້ນຈະຖືກຮຽກຮ້ອງໃຫ້ແຍກຕົວຢູ່ເຂດພັກອາໄສຢູ່ສິງກະໂປ. ບັນດາຜູ້ເຂົ້າເມືອງດັ່ງກ່າວກໍ່ຕ້ອງສະໜອງໄປຢັ້ງຢືນທີ່ຢູ່ອາໄສໃນເວລາແຍກຕົວຢູ່ສິງກະໂປ ແລະ ອາດຈະຖືກຮຽກຮ້ອງໃຫ້ວິໄຈກວດເຊື້ອໄວຣັດ Covid-19 ຖ້າຫາກມີຄວາມຈຳເປັນ.

        ພົນລະເມືອງບັນດາປະເທດອາຊຽນ ຢາກເຂົ້າເມືອງສິງກະໂປ ເປັນເວລາສັ້ນໆກໍ່ຕ້ອງສະໜອງໃບຢັ້ງຢືນອາການສຸຂະພາບໃຫ້ອົງການຕາງໜ້າຂອງສິງກະໂປ ປະຈຳຕ່າງປະເທດເພື່ອພິຈາລະນາ, ກ່ອນທີ່ເດີນທາງໄປສິງກະໂປ.

        ກະຊວງການຕ່າງປະເທດຫວຽດນາມ ຕັກເຕື່ອນວ່າ, ພົນລະເມືອງຫວຽດນາມ ບໍ່ຄວນໄປສິງກະໂປ ຖ້າຫາກບໍ່ມີຄວາມຈຳເປັນ ແລະ ຖ້າຫາກມີແຜນການໄປສິງກະໂປ ຫຼື ໄປຕ່າງປະເທດຄວນອັບເດັດຂໍ້ກຳນົດຂອງປະເທດນັ້ນໆ ແລະ ບັນດາບໍລິສັດການບິນ, ຮັບປະກັນມີໜັງສືຢ່າງພຽງພໍເພື່ອປະຕິບັດການເດີນທາງ (ພິເສດແມ່ນບັນດາໃບຢັ້ງຢືນອາການສຸຂະພາບ), ກໍລະນີບໍ່ມີໜັງສືຈຳເປັນຢ່າງພຽງພໍ ອາດຈະຖືກປະເທດນັ້ນໆປະຕິເສດເຂົ້າເມືອງ…

ຕອບກັບ

ຂ່າວ/ບົດ​ອື່ນ