ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງພົນລະເມືອງດ້ວຍການ ແກ້ໄຂການຮ້ອງທຸກບໍລິຫານ

ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງພົນລະເມືອງດ້ວຍການ ແກ້ໄຂການຮ້ອງທຸກບໍລິຫານ - ảnh 1

(ພາບ:qdnd.vn)

(vovworld)-  ກອງ​ປະຊຸມ​​​ສຳມະນາ “ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ພົນລະ​ເມືອງ​ດ້ວຍ​ການ​ແກ້​ໄຂ​ການ​ຮ້ອງ​ທຸກບໍລິຫານ” ໂດຍສະຖານ​ບັນ​ວິທະຍາສາດ​ກວດກາ ຂຶ້ນ​ກັບ​ອົງການ​ກວດກາ​ລັດຖະບານ ສົມທົບ​ກັບ​ສະຖານ​ບັນ KSA ຂອງ ສ.​ເຢຍລະ​ມັນ ຈັດຕັ້ງ​ເມື່ອ​ຕອນ​ເຊົ້າວັນ​ທີ 5/7 ຢູ່​ຮ່າ​ໂນ້ຍ. ບັນດາ​ຜູ້​ແທນ​ເຂົ້າຮ່ວມກອງ​ປະຊຸມ​​​ສຳມະນາ ຖື​ວ່າ: ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ແກ້​ໄຂ​ການ​ຮ້ອງທຸກ, ກ່າວ​ຟ້ອງ​ບໍລິຫານ ຕ​້ອງກຳນົດ​ທີ່​ຕັ້ງ ​ແລະ ບົດບາດ​ຂອງ​ວຽກ​ງານ​ດັ່ງກ່າວ​ຢ່າ​ງຖືກຕ້ອງ; ​ເພີ່ມ​ທະວີ​ການ​ໂຄສະນາ​ເພື່ອ​ແນ​ໃສ່​ສ້າງ​ການ​ຫັນປ່ຽນ​ອັນຕັ້ງໜ້າ​ໃນ​ການ​ຮັບ​ຮູ້​ດ້ານ​ກົດໝາຍ​ຂອງ​ພະນັກງານ ​ແລະ ປຊຊ. ທ່ານ​ຫງວຽນ​ຕວນ​ແຄງ, ຮອງ​ຫົວໜ້າສະຖານ​ບັນ​ວິທະຍາສາດ​ກວດກາ ສະ​ເໜີ​ວ່າ:

        “ທີ​ໜຶ່ງ​ແມ່ນພວກ​ເຮົ​າສ້ງຕັ້ງລະບຽບ​ການ​ປົກ​ປ້ອງ​ລັດຖະທຳ​ມະນູນ​ອາຊີບ. ຂ້າພະ​ເຈົ້າສະ​ເໜີ​ໃຫ້​ໃນ​ການ​ສ້າງຕັ້ງສະພາ​ປົກ​ປ້ອງ​ລັດຖະທຳ​ມະນູນ ຫລື​ສະພາ​ລັດຖະທຳ​ມະນູນ ຄວນ​ພິຈາລະນາ​ໃນ​ແງ່​ມຸມ​ການ​ຮ້ອງ​ທຸກຂອງ ປຊຊ. ທີ​ສອງ​ແມ່ນສຳລັບ​ລະບຽບການ​ບໍລິຫານ, ອະນຸຍາດ​ໃຫ້ ປຊຊ ຮ້ອງ​ທຸກດ້ວຍ​ເອກະສາ​ນິຕິ​ກຳ, ທີສາມ​ແມ່ນ​ເພີ່ມ​ສິດ​ອຳນາດ​ໃຫ້​ບັນດາອົງການ​ກວດກາຂອງ​ລັດ ​ແລະ ສຸດ​ທ້າຍ​ຕ້ອງ​ຍົກ​ສູງ​ລະດັບ​ວິຊາ​ສະ​ເພາະ​ດ້ານ​ຄຸ້ມ​ຄອງ​ລັດ​ຂອງຖັນ​ແຖວ​ພິພາກສາ​ບໍລິຫານ”.

 

 

 

 

ຂ່າວ/ບົດ​ອື່ນ