ປຸກລຸກກຳລັງແຮງຊາວໜຸ່ມໃນພາລະກິດສ້າງສາປະເທດຊາດ

(VOVWORLD) -ຕອນບ່າຍວັນທີ 25 ພຶດສະພາ ຢູ່ທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມຊຸດທີ 14, ຮ່າງກົດໝາຍວ່າດ້ວຍຊາວໜຸ່ມສະບັບປັບປຸງສືບຕໍ່ຖືກນຳມາປຶກສາຫາລືທາງອອນລາຍ ແນໃສ່ສ້າງພື້ນຖານສ້າງລະບົບນະໂຍບາຍ ກົດໝາຍສຳລັບຊາວໜຸ່ມໃຫ້ສົມບູນແບບ ສອດຄ່ອງກັບສະພາບການໃໝ່
ປຸກລຸກກຳລັງແຮງຊາວໜຸ່ມໃນພາລະກິດສ້າງສາປະເທດຊາດ - ảnh 1 ຮ່າງກົດໝາຍຊາວໜຸ່ມສະບັບປັບປຸງສືບຕໍ່ນຳມາປຶກສາຫາລື

ທີ່ວະລະປຶກສາຫາລື, ບັນດາ ສ.ສ.ຊ ໄດ້ຖືວ່າ : ການປະກາດໃຊ້ກົດໝາຍແມ່ນຈຳເປັນ ເພື່ອແນໃສ່ເສີມຂະຫຍາຍບົດບາດປະຈັນບານ, ສິດ ແລະ ພັນທະຂອງຊາວໜຸ່ມໃນໄລຍະຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງສາກົນ. ບັນດາ ສ.ສ.ຊ ໄດ້ຕີລາຄາສູງການຮ່າງກົດໝາຍເພີ່ມເຕີມພາກໜຶ່ງ ກຳນົດຄວາມຮັບຜິດຊອບຂອງຊາວໜຸ່ມທີ່ມີຕໍ່ປະເທດຊາດ, ລັດ, ຄອບຄົວ ແລະ ສັງຄົມ. ທ່ານນາງ ໂຕອ້າຍວາງ ສ.ສ.ຊ ແຂວງ ຊອກຈັງຖືວ່າ :

    “ ນະໂຍບາຍຂອງລັດທີ່ມີຕໍ່ຊາວໜຸ່ມຄວນເພີ່ມເຕີມເພື່ອແທດເໝາະກັບປະມວນດັດຊະນີພັດທະນາ ຊາວໜຸ່ມໃນອາຊຽນ, ກັບບັນດາຂົງເຂດພື້ນຖານ. ນັ້ນແມ່ນການສຶກສາ, ສຸຂະພາບ ແລະ ຄວາມຜາສຸກ; ວຽກເຮັດງານທຳ ແລະ ກາລະໂອກາດ; ການເຂົ້າຮ່ວມຂອງ ຊາວໜຸ່ມໃນຊີວິດການເມືອງ ແລະ ພົນລະເຮືອນ ເພື່ອມີຄວາມຄ້າຍຄືກັນທາງດ້ານຍຸດທະສາດພັດທະນາ ຊາວໜຸ່ມຂອງບັນດາປະເທດທີ່ເປັນສະມາຊິກ ”

    ຕາມແຜນດານແລ້ວ, ຮ່າງກົດໝາຍວ່າດ້ວຍ ຊາວໜຸ່ມສະບັບປັບປຸງ ຈະຖືກບັນດາ ສ.ສ.ຊ ລົງຄະແນນສຽງຮັບຮອງເອົາໃນກອງປະຊຸມເທື່ອນີ້. ກ່ອນໜ້ານັ້ນ, ຮ່າງກົດໝາຍໄດ້ຖືກສະພາແຫ່ງຊາດໃຫ້ຄຳເຫັນເປັນຄັ້ງທຳອິດໃນກອງປະຊຸມເທື່ອທີ 8 ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ