ປຸກ​ລຸກຄວາມ​ຄາດ​ຫວັງ, ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ ຊາວໜຸ່ມ ເພື່ອ​ສ້າງ​ສາ ປະ​ເທດ​ຊາດ

(VOVWORLD) -ພາຍຫຼັງ 65 ປີແຫ່ງການສ້າງສາ, ເຕີບໃຫຍ່ຂະຫຍາຍຕົວ, ສະຫະພັນຊາວໜຸ່ມຫວຽດນາມ ນັບມື້ນັບສົມເປັນ ອົງການຈັດຕັ້ງສັງຄົມຢ່າງກ້ວາງຂວາງຂອງ ຊາວໜຸ່ມ ແລະ ອົງການຈັດຕັ້ງ ຊາວໜຸ່ມ ຫວຽດນາມ ຮັກຊາດ, ມີອຸດົມການ ຂອງ ພັກກອມມູນິດ ຫວຽດນາມ, ເຕົ້າໂຮມຄວາມສາມັກຄີຂອງ ຊາວໜຸ່ມຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ.
ປຸກ​ລຸກຄວາມ​ຄາດ​ຫວັງ, ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ ຊາວໜຸ່ມ ເພື່ອ​ສ້າງ​ສາ ປະ​ເທດ​ຊາດ - ảnh 1ເວທີປາໄສ “ຊາວໜຸ່ມ, ນັກຮຽນ, ນັກສຶກສາ Startup ປ່ຽນແປງໃໝ່ ປະດິດຄິດສ້າງ”
(ພາບ: baolongan.vn)

ວັນທີ 15 ຕຸລາ ແມ່ນວັນສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອສະຫະພັນ ຊາວໜຸ່ມ ຫວຽດນາມ (ຄືວັນທີ 15 ຕຸລາ 1956 – 15 ຕຸລາ 2021). ພາຍຫຼັງ 65 ປີແຫ່ງການສ້າງສາ, ເຕີບໃຫຍ່ຂະຫຍາຍຕົວ, ສະຫະພັນຊາວໜຸ່ມຫວຽດນາມ ນັບມື້ນັບສົມເປັນ ອົງການຈັດຕັ້ງສັງຄົມຢ່າງກ້ວາງຂວາງຂອງ ຊາວໜຸ່ມ ແລະ ອົງການຈັດຕັ້ງ ຊາວໜຸ່ມ ຫວຽດນາມ ຮັກຊາດ, ມີອຸດົມການ ຂອງ ພັກກອມມູນິດ ຫວຽດນາມ, ເຕົ້າໂຮມຄວາມສາມັກຄີຂອງ ຊາວໜຸ່ມຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງສະຫະພັນ ຊາວໜຸ່ມ ຫວຽດນາມ, ເມື່ອຕອບສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ ຫງວຽນງອກເລືອງ ປະທານສະຫະພັນ ຊາວໜຸ່ມ ຫວຽດນາມ ຢັ້ງຢືນວ່າ:

ໃນສະພາບການໂລກລະບາດໂຄວິດ - 19 ຜ່ານມາ, ຊອດທະລຸແມ່ນ ຂະບວນການ “ຂ້ອຍຮັກປະເທດຊາດຂອງຂ້ອຍ”, ກຳລັງຊາວໜຸ່ມ ຍາມໃດກໍ່ນຳໜ້າໃນການໂຄສະນາ, ເຜີຍແຜ່ແຜນນະໂຍບາຍ, ແນວທາງຂອງ ພັກ, ນະໂຍບາຍກົດໝາຍຂອງລັດ, ເພື່ອພ້ອມກັບປະຊາຊົນປະຕິບັດການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ເປັນຢ່າງດີ. ຊາວໜຸ່ມກໍ່ໄດ້ນຳໜ້າ ແລະ ມີຂໍ້ລິເລີ່ມໃໝ່ຫຼາຍຂໍ້ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ອົງການຈັດຕັ້ງສະຫະພັນຊາວໜຸ່ມ, ຊາວໜຸ່ມແຕ່ລະຄົນ ກຽມພ້ອມຕະລຸມບອນໄປຍັງເຂດປະສົບກັບຄວາມຫຍຸ້ງຍາກ, ເຂດພະຍາດແຜ່ລະບາດ, ເພື່ອປ້ອງກັນ, ຕ້ານໂລກລະບາດ, ນຳຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິໃໝ່ໂດຍໄວ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊືື້ອສະຫະພັນ ຊາວໜຸ່ມ ຫວຽດນາມ, ຄະນະຊາວໜຸ່ມແຂວງ ລອງອານ ໄດ້ຈັດເວທີປາໄສ “ຊາວໜຸ່ມ, ນັກຮຽນ, ນັກສຶກສາ Startup ປ່ຽນແປງໃໝ່ ປະດິດຄິດສ້າງ”, ຈັດການພົບປະແລກປ່ຽນລະຫວ່າງການນຳໜຸ່ມ ທີ່ເປັນສະມາຊິກສະພາແຫ່ງຊາດຊຸດທີ XV, ສະມາຊິກສະພາປະຊາຊົນ ແຂວງ ລອງອານ ຊຸດທີ X ກັບຊາວໜຸ່ມ, ເຍົາວະຊົນ, ອະນຸຊົນທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ