ປຸກລຸກຄວາມເອກອ້າງທະນົງໃຈ “ຄວາມຄາດຫວັງຂອງໄວໜຸ່ມ - ແປວໄຟ 3 ກ່ຽມພ້ອມແຈ້ງສະຫວ່າງຕະຫຼອດໄປ”

(VOVWORLD) - ລາຍການໂດຍມີການເຂົ້າຮ່ວມຂອງຕົວພະຍານປະຫວັດສາດຫຼາຍຄົນທີ່ເຂົ້າຮ່ວມຂະບວນການ “3 ກ່ຽມພ້ອມ” ແລະ ສະມາຊິກຊາວໜຸ່ມ, ໄວໜຸ່ມນະຄອນຫຼວງ ຮ່າໂນ້ຍ ກວ່າ 2.500 ຄົນ.
ປຸກລຸກຄວາມເອກອ້າງທະນົງໃຈ “ຄວາມຄາດຫວັງຂອງໄວໜຸ່ມ - ແປວໄຟ 3 ກ່ຽມພ້ອມແຈ້ງສະຫວ່າງຕະຫຼອດໄປ” - ảnh 1ທີ່ລາຍການ “ຄວາມຄາດຫວັງຂອງໄວໜຸ່ມ - ແປວໄຟ 3 ກ່ຽມພ້ອມແຈ້ງສະຫວ່າງຕະຫຼອດໄປ”
(ພາບ: VGP)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງຂະບວນການ “3 ກ່ຽມພ້ອມ” (ເດືອນ ສິງຫາ 1964 - ສິງຫາ 2024), ຕອນຄ່ຳວັນທີ 09 ສິງຫາ, ຢູ່ສະໜາມຫຼວງປະຕິວັດເດືອນສິງຫາ ແລະ ສະຖານີລົດໄຟ ຢາເລິມ, ຮ່າໂນ້ຍ, ໄດ້ຈັດລາຍການສະແດງສີລະປະການເມືອງ “ຄວາມຄາດຫວັງຂອງໄວໜຸ່ມ - ແປວໄຟ 3 ກ່ຽມພ້ອມແຈ້ງສະຫວ່າງຕະຫຼອດໄປ”.

        ລາຍການໂດຍມີການເຂົ້າຮ່ວມຂອງຕົວພະຍານປະຫວັດສາດຫຼາຍຄົນທີ່ເຂົ້າຮ່ວມຂະບວນການ “3 ກ່ຽມພ້ອມ” ແລະ ສະມາຊິກຊາວໜຸ່ມ, ໄວໜຸ່ມນະຄອນຫຼວງ ຮ່າໂນ້ຍ ກວ່າ 2.500 ຄົນ. ຕາມທ່ານນາງເລຂາຄະນະຊາວໜຸ່ມນະຄອນຫຼວງ ຮ່າໂນ້ຍ ຈູຮົ່ງມິງ ແລ້ວ, “3 ກ່ຽມພ້ອມ” ແມ່ນໜຶ່ງໃນບັນດາຂະບວນການກະທຳປະຕິວັດໃຫຍ່ທີ່ສຸດຂອງໄວໜຸ່ມນະຄອນຫຼວງ ແລະ ໄວໜຸ່ມ ຫວຽດນາມ ໃນສະຕະວັດທີ 20, ແມ່ນມໍລະດົກ ແລະ ຄວາມເອກອ້າງທະນົງໃຈເພື່ອໃຫ້ໄວໜຸ່ມນະຄອນຫຼວງຜັນຂະຫຍາຍບັນດາຂະບວນການກໍ່ສ້າງນະຄອນຫຼວງ ແລະ ປົກປັກຮັກສາປະເທດຊາດໃນທຸກຂົງເຂດຂອງຊີວິດສັງຄົມໃນສະພາບການໃໝ່.

        “ຄະນະຊາວໜຸ່ມນະຄອນ ແລະ ສະມາຊິກຊາວໜຸ່ມ, ໄວໜຸ່ມນະຄອນຫຼວງ ຍາມໃດກໍ່ຢືນຢັນໜ້າທີ່ຄວາມຮັບຜິດຊອບຕໍ່ປະເທດຊາດ, ຄວາມຮັກຕໍ່ນະຄອນຫຼວງ ດ້ວຍຄວາມຄາດຫວັງໃຫຍ່, ຜ່ານບັນດາການເຄື່ອນໄຫວລະອຽດ, ແທດຈິງ; ເສີມຂະຫຍາຍບົດບາດປະຈັນບານ, ປະດິດຄິດສ້າງຂອງໄວໜຸ່ມໃນການປະຕິບັດໜ້າທີ່ການເມືອງຂອງປະເທດຊາດ ແລະ ນະຄອນຫຼວງຢ່າງມີໄຊ.”

ຕອບກັບ

ຂ່າວ/ບົດ​ອື່ນ