ປຸກ​ລະ​ດົມ “ບ​ຸນ​ເຕັດ​​ປູກ​ຕົ້ນ​ໄມ້ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ປະ​ທານ​ໂຮ່​ຈີ​ມິນ ຕະຫຼອດໄປ”

(VOVWORLD) - ຕອນເຊົ້າວັນທີ 17 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດ ພິທີປຸກລະດົມ “ບຸນເຕັດ ປູກຕົ້ນໄມ້ ສະແດງຄວາມຮູ້ບຸນຄຸນຕໍ່ປະທານໂຮ່ຈີມິນ ຕະຫຼອດໄປ” ລະດູບານໃໝ່ປີມະໂລງ 2024.

ປຸກ​ລະ​ດົມ “ບ​ຸນ​ເຕັດ​​ປູກ​ຕົ້ນ​ໄມ້ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ປະ​ທານ​ໂຮ່​ຈີ​ມິນ ຕະຫຼອດໄປ” - ảnh 1ການນຳສູນກາງ, ກະຊວງປ້ອງກັນປະເທດ ເຂົ້າຮ່ວມການປູກຕົ້ນໄມ້ (ພາບ: VOV)

ກ່າວຄຳເຫັນນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວແຈ້ງວ່າ: ພາຍຫຼັງ 3 ປີ ແຫ່ງການປະຕິບັດແຜນຮ່າງ ປູກຕົ້ນໄມ້ 1 ຕື້ຕົ້ນ ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ , ທົ່ວປະເທດ ໄດ້ປູກຕົ້ນໄມ້ເກືອບ 770 ລ້ານ ຕົ້ນ.  ໂດຍປະກອບສ່ວນເຂົ້າໃນຜົນສຳເລັດລວມນັ້ນ ກະຊວງປ້ອງກັນປະເທດ ແລະ ບັນດາກົມກອງ ໄດ້ ມີຄວາມເປັນເຈົ້າການ, ຕັ້ງໜ້າ, ນຳໜ້າໃນການຕອບສະໜອງຂະບວນການປູກຕົ້ນໄມ້, ປູກປ່າ ແລະ ດ້ວຍຫຼາຍວິທີການທີ່ດີ ແລະ ແທດຈິງ. ທ່ານໃຫ້ຮູ້ວ່າ:

ໂດຍໄດ້ປະຕິບັດຄຳສັ່ງເລກທີ 13 ຂອງ ຄະນະເລຂາທິການກ່ຽວກັບການເພີ່ມທະວີການ ນຳພາຂອງພັກ ຕໍ່ວຽກງານຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າ ຢ່າງເຂັ້ມງວດ. ສືບຕໍ່ສຶກສາ, ໂຄສະນາເຜີນແຜ່ ຄຳຮຽກຮ້ອງ “ບຸນເຕັດ ປູກຕົ້ນໄມ້” ຂອງປະທານໂຮ່ຈີມິນ ແລະ ມີຫຼາຍວິທີການປະຕິບັດທີ່ມີຫົວຄິດປະດິດສ້າງ ເພື່ອສົ່ງເສີມບັນດາຫົວໜ່ວຍ, ນັກຮົບ ທົ່ວກອງທັບ ເຂົ້າຮ່ວມການແຂ່ງຂັນ, ປູກຕົ້ນໄມ້, ປະຕິບັດຂະບວນການ “ບຸນເຕັດປູກຕົ້ນໄມ້ ສະແດງຄວາມຮູ້ບຸນຄຸນຕໍ່ປະທານໂຮ່ຈີມິນ ຕະຫຼອດໄປ” ໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ