ປຸກລະດົມ “ສັບປະດາຊຸດເສື້ອຍາວ” ປີ 2024 ແລະ ລາຍການສະແດງສິລະປະ “ສີສັນຊຸດເສື້ອຍາວ ຫວຽດນາມ”

(VOVWORLD) - Festival ຊຸດເສື້ອຍາວ ແມ່ນການເຄື່ອນໄຫວເພື່ອແນໃສ່ເຊີດຊູຄຸນຄ່າຂອງຊຸດເສື້ອຍາວ
ປຸກລະດົມ “ສັບປະດາຊຸດເສື້ອຍາວ” ປີ 2024 ແລະ ລາຍການສະແດງສິລະປະ “ສີສັນຊຸດເສື້ອຍາວ ຫວຽດນາມ” - ảnh 1ພິທີປຸກລະດົມ “ສັບປະດາຊຸດເສື້ອຍາວ” ປີ 2024
(ພາບ: TTXVN)

        ຕອນຄ່ຳວັນທີ 29 ກຸມພາ, ຢູ່ ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດພິທີປຸກລະດົມ “ສັບປະດາຊຸດເສື້ອຍາວ” ປີ 2024 ແລະ ລາຍການສະແດງສິລະປະ “ສີສັນຊຸດເສື້ອຍາວ ຫວຽດນາມ”. ທ່ານນາງອະດີດປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ໄດ້ເຂົ້າຮ່ວມລາຍການ. “ສັບປະດາຊຸດເສື້ອຍາວ” ປີນີ້ໄດ້ຈັດຂຶ້ນແຕ່ວັນທີ 01 – 08 ມີນາ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງປະທານສະຫະພັນແມ່ຍິງ ຫວຽດນາມ ຮ່າທິງາ ໃຫ້ຮູ້ວ່າ, Festival ຊຸດເສື້ອຍາວ ແມ່ນການເຄື່ອນໄຫວເພື່ອແນໃສ່ເຊີດຊູຄຸນຄ່າຂອງຊຸດເສື້ອຍາວ; ປຸກລູກຄວາມຮັກ, ຄວາມເອກອ້າງທະນົງໃຈ, ເສີມຂະຫຍາຍສີສັນມໍລະດົກຊຸດເສື້ອຍາວໃນປະຊາຄົມ; ພ້ອມທັງກໍ່ແມ່ນໂອກາດເພື່ອໂຄສະນາກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ຊາວ ຫວຽດນາມ ເຖິງເພື່ອນມິດສາກົນທີ່ຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ.

        ໃນຄ່ຳຄືນສະແດງ, ບັນດາຜູ້ແທນໄດ້ຮັບຊົມບັນດາຊຸດເສື້ອຍາວດີເດັ່ນທີ່ສຸດຂອງ 50 ນັກອອກແບບຢູ່ພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ