ປຸກລະດົມການປະກວດບົດປະພັນສື່ມວນຊົນກ່ຽວກັບຫົວເລື່ອງ “ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊິວິດປະທານ ໂຮ່ຈີມິນ”

(VOVWORLD) -ການປະກວດດັ່ງກ່າວເພື່ອແນໃສ່ເລືອກເອົາບັນດາບົດປະພັນສື່ມວນຊົນທີ່ດີເດັ່ນກ່ຽວກັບການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານ ໂຮ່ຈີມິນ.
ປຸກລະດົມການປະກວດບົດປະພັນສື່ມວນຊົນກ່ຽວກັບຫົວເລື່ອງ “ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊິວິດປະທານ ໂຮ່ຈີມິນ” - ảnh 1ທີ່ກອງປະຊຸມຖະແຫຼງຂ່າວ
(ພາບ: VGP)

ຕອນເຊົ້າວັນທີ 19 ພຶດສະພາ, ຄະນະໂຄສະນາສຶກສາສູນກາງພັກ, ໜັງສືພິມເຍີນເຢິນ (ແປວ່າ ປະຊາຊົນ) ແລະ ວາລະສານ ກົ້ງສານ (ແປວ່າ ກອມມູນິດ) ໄດ້ສົມທົບກັນຈັດກອງປະຊຸມຖະແຫຼງຂ່າວແນະນຳການປະກວດບົດປະພັນສື່ມວນຊົນກ່ຽວກັບຫົວເລື່ອງ “ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊິວິດປະທານ ໂຮ່ຈີມິນ” ໄລຍະ 2022 - 2025.

        ການປະກວດດັ່ງກ່າວເພື່ອແນໃສ່ເລືອກເອົາບັນດາບົດປະພັນສື່ມວນຊົນທີ່ດີເດັ່ນກ່ຽວກັບການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານ ໂຮ່ຈີມິນ. ຄະນະຈັດຕັ້ງປາດຖະໜາວ່າ ຜ່ານບັນດາບົດປະພັນສື່ມວນຊົນເຂົ້າຮ່ວມການປະກວດ, ຈະສືບຕໍ່ຢັ້ງຢືນຄວາມໝາຍ, ຄຸນຄ່າຍືນຍົງຄົງຕົວຂອງແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານ ໂຮ່ຈີມິນ, ດຶງດູດຄວາມສົນໃຈຂອງພະນັກງານ, ສະມາຊິກພັກໃນລະບົບການເມືອງ ແລະ ທົ່ວສັງຄົມຫຼາຍກວ່າອີກ ສຳລັບການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ເພິ່ນ.

        ການປະກວດຈະຈັດພິທີມອບລາງວັນໃນປີ 2023, 2024 ແລະ 2025 ເນື່ອງໃນໂອກາດວັນຄ້າຍວັນເກີດປະທານ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ