ປຸກລະດົມການປະກວດບົດໄຈ້ແຍກການເມືອງກ່ຽວກັບການປົກປ້ອງພື້ນຖານດ້ານແນວຄິດຂອງພັກຄັ້ງທີ 4

(VOVWORLD) - ນີ້ແມ່ນການປະກວດມີບົດບາດສຳຄັນໃນວຽກງານປົກປ້ອງພື້ນຖານດ້ານແນວຄິດຂອງພັກ, ຕໍ່ສູ້ກັບບັນດາທັດສະນະທີ່ຜິດພາດ, ເປັນປໍລະປັກໃນສະພາບການໃໝ່.
ປຸກລະດົມການປະກວດບົດໄຈ້ແຍກການເມືອງກ່ຽວກັບການປົກປ້ອງພື້ນຖານດ້ານແນວຄິດຂອງພັກຄັ້ງທີ 4 - ảnh 1ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ
(ພາບ: TTXVN)

        ຕອນເຊົ້າວັນທີ 24 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ, ໄດ້ປຸກລະດົມການປະກວດບົດໄຈ້ແຍກການເມືອງກ່ຽວກັບການປົກປ້ອງພື້ນຖານດ້ານແນວຄິດຂອງພັກ ຄັ້ງທີ 4.

        ນີ້ແມ່ນການປະກວດມີບົດບາດສຳຄັນໃນວຽກງານປົກປ້ອງພື້ນຖານດ້ານແນວຄິດຂອງພັກ, ຕໍ່ສູ້ກັບບັນດາທັດສະນະທີ່ຜິດພາດ, ເປັນປໍລະປັກໃນສະພາບການໃໝ່. ການປະກວດເພື່ອປະກອບສ່ວນຍົກສູງຄວາມຮັບຮູ້ຂອງພະນັກງານ, ປະຊາຊົນ, ຍົກສູງຄຸນນະພາບສື່ມວນຊົນ, ປົກປ້ອງ ແລະ ແຜ່ຂະຫຍາຍແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງລັດ. ເປົ້າໝາຍເຂົ້າຮ່ວມການປະກວດແມ່ນຊາວ ຫວຽດນາມ ຢູ່ພາຍໃນ ແລະ ອາໄສຢູ່ຕ່າງປະເທດ, ຊາວຕ່າງປະເທດມີບົດໄຈ້ແຍກການເມືອງສອດຄ່ອງກັບມາດຕະຖານຂອງການປະກວດ. ເວລາຮັບເອກະສານ, ບົດເຂົ້າຮ່ວມການປະກວດແມ່ນຮອດວັນທີ 15 ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ