ປຸກລະດົມການປະກວດພາບຖ່າຍ “ຮອຍຍິ້ມ ຮ່າໂນ້ຍ”

(VOVWORLD) - ດ້ວຍຫົວຂ້ໍຫຼາຍຮູບຫຼາຍແບບ, ບັນດາພາບຖ່າຍສາມາດສ່ອງແສງໃຫ້ເຫັນ ຮອຍຍິ້ມ ຮ່າໂນ້ຍ ໃນການພົວພັນ ການປະພຶດ, ການມີມະນຸດສຳພັນ, ການອອກແຮງງານ, ການຮ່ຳຮຽນ, ການປະດິດຄິດສ້າງ
ປຸກລະດົມການປະກວດພາບຖ່າຍ “ຮອຍຍິ້ມ ຮ່າໂນ້ຍ” - ảnh 1 ທ່ານ ດ່າວຊວນຮືງ, ຜູ້ອຳນວຍການໃຫຍ່ໜັງສືພິມ ເງື່ອຍຮ່າໂນ້ຍ ທີ່ພິທີ

ການປະກວດພາບຖ່າຍ “ຮອຍຍິ້ມ ຮ່າໂນ້ຍ” ຄັ້ງທີ 1 ໂດຍໜັງສືພິມ ເງື່ອຍຮ່າໂນ້ຍ (ຊາວ ຮ່າໂນ້ຍ) ສົມທົບກັບສະມາຄົມ ນັກຖ່າຍຮູບສີລະປະ ຮ່າໂນ້ຍ ປຸກລະດົມຢ່າງເປັນທາງການໃນວັນທີ 10 ມັງກອນ 2018. ເຫດການເພື່ອແນໃສ່ປະກອບສ່ວນໂຄສະນາ, ເຜີຍແຜ່ກ່ຽວກັບວັດທະນະທຳ, ຄວາມສະໜິດສະໜົມຂອງຊາວ ຮ່າໂນ້ຍ ຕໍ່ເພື່ອນມິດທັງຢູ່ພາຍໃນ ແລະ ຕ່າງປະເທດ. ດ້ວຍຫົວຂ້ໍຫຼາຍຮູບຫຼາຍແບບ, ບັນດາພາບຖ່າຍສາມາດສ່ອງແສງໃຫ້ເຫັນ ຮອຍຍິ້ມ ຮ່າໂນ້ຍ ໃນການພົວພັນ ການປະພຶດ, ການມີມະນຸດສຳພັນ, ການອອກແຮງງານ, ການຮ່ຳຮຽນ, ການປະດິດຄິດສ້າງ…ການປະກວດພາບຖ່າຍແມ່ນສະຫງວນໃຫ້ນັກຖ່າຍຮູບອາຊີບ, ສະໝັກຫຼິ້ນ, ຜູ້ນິຍົມຊົມຊອບ ແລະ ມີຄວາມເມົາມົວກັບການຖ່າຍຮູບ.

        ທ່ານ ດ່າວຊວນຮືງ, ຜູ້ອຳນວຍການໃຫຍ່ໜັງສືພິມ ເງື່ອຍຮ່າໂນ້ຍ, ຫົວໜ້າຄະນະຈັດຕັ້ງການປະກວດຖືວ່າ:

        “ຜ່ານການປະກວດ, ຄວາມສະໜິດສະໜົມ, ການແບ່ງປັນ ແລະ ພິເສດແມ່ນຈິດໃຈຂອງຊາວຮ່າໂນ້ຍ ຍາມໃດກໍ່ຮ່ວມເດີນທາງໃນຊີວິດ ແລະ ຕອບສະໜອງການປະພຶດຄວາມສີວິໄລ, ຄວາມສຸພາບຂອງຊາວຮ່າໂນ້ຍ, ສະແດງໃຫ້ເຫັນນ້ຳໃຈນະຄອນເພື່ອສັນຕິພາບ. ຮອຍຍິ້ມ ແມ່ນສານຂອງແຕ່ລະຄົນ, ປະກອບສ່ວນແຜ່ຂະຫຍາຍຄວາມຮັກຂອງຊາວ ຮ່າໂນ້ຍ ຕໍ່ນະຄອນຫຼວງ ດ້ວຍການພັດທະນາຂອງປະເທດ ແລະ ໃນຊີວິດຄອບຄົວນັ້ນ ຮອຍຍິ້ມນຳມາເຊິ່ງຄວາມຜາສຸກ.”

        ການມອບລາງວັນ ແລະ ວາງສະແດງຮູບຖ່າຍ “ຮອຍຍິ້ມ ຮ່າໂນ້ຍ” ຈະຈັດຕັ້ງຢູ່ຫໍວາງສະແດງເຮືອນເລກທີ 45 ຖະໜົນຈ່າງຕ່ຽນ, ຮ່າໂນ້ຍ, ກົງກັບໂອກາດສະເຫຼີມສະຫຼອງ 64 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/2018).

ຕອບກັບ

ຂ່າວ/ບົດ​ອື່ນ