ປຸກ​ລະ​ດົມ​ການ​ສອບ​ເສັງ ແລະ ວາງ​ສະ​ແດງ​ພາບ​ແຕ້ມ​ບັນ​ດາ​ປະ​ເທດ ອາ​ຊຽນ ປ​ີ 2024

(VOVWORLD) - ບັນດາຜົນງານເຂົ້າຮ່ວມໄດ້ປະດິດແຕ່ງນັບແຕ່ປີ 2020 ມາຮອດປະຈຸບັນ, ເວລາຮັບຜົນງານແມ່ນແຕ່ນີ້ຮອດວັນທີ 5 ສິງຫາ ປີ 2024.
ປຸກ​ລະ​ດົມ​ການ​ສອບ​ເສັງ ແລະ ວາງ​ສະ​ແດງ​ພາບ​ແຕ້ມ​ບັນ​ດາ​ປະ​ເທດ ອາ​ຊຽນ ປ​ີ 2024 - ảnh 1

ພິທີປຸກລະດົມ (ພາບ: dangcongsan.vn)

     ວັນທີ 31 ພຶດສະພາ, ຢູ່ ຮ່າໂນ້ຍ, ກົມວິຈິດສິນ, ຖ່າຍຮູບ ແລະ ວາງສະແດງ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ) ໄດ້ຈັດພິທີປຸກລະດົມການສອບເສັງ ແລະ ວາງສະແດງພາບແຕ້ມບັນດາປະເທດ ອາຊຽນ ປີ 2024. ນີ້ແມ່ນໂອກາດເພື່ອໃຫ້ບັນດາຈິດຕະກອນ ຫວຽດນາມ ແລະ ບັນດາປະເທດ ອາຊຽນ ສາມາດພົບປະ, ແລກປ່ຽນ, ແນະນຳບັນດາຜົນງານ ໃນການປະດິດແຕ່ງພາບແຕ້ມໃນພາກພື້ນ; ແນະນຳວັດທະນະທຳ, ປະເທດຊາດ ແລະ ປຊຊ ແຕ່ບະປະເທດ ໃນປະຊາຄົມລວມແຫ່ງຄວາມສາມັກຄີ ແລະ ຂະຫຍັນຂັນເຄື່ອນ.

   ຕາມກົດລະບຽບ, ເປົາໝາຍເຂົ້າຮ່ວມການສອບເສັງ ແລະ ວາງສະແດງພາບແຕ້ມບັນດາປະເທດ ອາຊຽນ ປີ 2024 ຕ້ອງແມ່ນພົນລະເມືອງຂອງບັນດາປະເທດ ອາຊຽນ. ບັນດາຜົນງານເຂົ້າຮ່ວມ ມິຫົວເລື່ອງປະດິດແຕ່ງກ່ຽວກັບຊີວິດ, ມະນຸດ, ທິວທັດທຳມະຊາດ, ປະເທດຊາດແຫ່ງສັນຕີພາບ, ສາມັກຄີ, ຮ່ວມມື, ມິດຕະພາບ ແລະ ບັນດາບັນຫາຂອງຊິວິດຍຸກປະຈຸບັນຂອງບັນດາປະເທດ ອາຊຽນ ຊື່ງໄດ້ພ້ອມກັນເອົາໃຈໃສ່, ແບ່ງປັນ.

ບັນດາຜົນງານເຂົ້າຮ່ວມໄດ້ປະດິດແຕ່ງນັບແຕ່ປີ 2020 ມາຮອດປະຈຸບັນ, ເວລາຮັບຜົນງານແມ່ນແຕ່ນີ້ຮອດວັນທີ 5 ສິງຫາ ປີ 2024.

 

ຕອບກັບ

ຂ່າວ/ບົດ​ອື່ນ