ປຸກລະດົມການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດນັກວິລະຊົນ ຫຼີຕື້ຈ້ອງ

ປຸກລະດົມການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດນັກວິລະຊົນ ຫຼີຕື້ຈ້ອງ - ảnh 1
ພິທີປຸກລະດົມ

(vovworld) - ພິທີສະ​ເຫຼີ​ມສະຫຼອງ 100 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ນັກ​ວິລະ​ຊົນ ຫຼີຕື້​ຈ້ອງ ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 20/10, ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໂດຍ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ຈັດ​ຕັ້ງ.

        ຫຼີຕື້​ຈ້ອງ ​ແມ່ນ​ຊາວ​ໜຸ່ມ​ກອມ​ມູນິດ​ຜູ້​ທຳ​ອິດ​ຂອງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ. ນັກຮົບ​ປະຕິວັດ​ທີ່​ໜຸ່ມ​ແໜ້ນ ດ້ວຍ​ຈິດ​ໃຈ​ອັງ​ອາດ​ກະ​ຫານ​ໄດ້​ເສຍສະຫຼະ​ຊີວິດ​​ເມື່ອ​ອາຍຸ​ພຽງ 17 ປີ ​ແລະ ​ມີ​ຊີວິດອະມະຕະ​ຢູ່​ໃນ​ຈິດ​ໃຈ​ຂອງ​ໄວ​ໜຸ່ມ​ລຸ້ນປະຈຸ​ບັນ​ຕະຫຼອດ​ໄປ. ພິທີ​ປຸກລະດົມ​ແມ່ນ​ຄຳ​ຮຽກຮ້ອງ​ໄວ​ໜຸ່ມ ​ແລະ ຄະນະ​ຊາວ​ໜຸ່ມ​ທຸກ​ຊັ້ນ​​ໃນ​ທົ່ວ​ປະ​ເທດ​​ປະຕິບັດ​ຕາມ​ແບບຢ່າງ​ຂອງ​ນັກ​ວິລະ​ຊົນ ຫຼີຕື້​ຈ້ອງ ​ແລະ ສະມາຊິກ​ຊາວ​ໜຸ່ມ​ທີ່​ດີ​ເດັ່ນ​ລຸ້ນ​ກ່ອນ. ສະມາຊິກ​ຊາວ​ໜຸ່ມ​ແຕ່ລະຄົນ​ຕ້ອງ​ຊອກ​ຮູ້, ​ໃຊ້​ຄວາມຄິດ ​ແລະ ​ເຄື່ອນ​ໄຫວ​ຕາມ​ຄຳ​ສັ່ງສອນ​ຂອງ​ລຸງ ​ໂຮ່ ​ຕັກ​ເຕືອນ​ທີ່​ວ່າ “​ເສັ້ນທາງ​ຂອງ​ຊາວ​ໜຸ່ມ ມີ​ພຽງ​ເສັ້ນທາງ​ປະຕິວັດ​ເທົ່າ​ນັ້ນ”. ຊາວ​ໜຸ່ມ, ​ເຍົາວະ​ຊົນ​ໃນ​ທ່ົວ​ປະ​ເທດ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ຕອບ​ສະໜອງ​ການ​ປຸກລະດົມ​ສະໜັບສະໜູນ​ການກໍ່ສ້າງ​ເຂດ​ອະນຸສາ​ວາລີ ສະ​ຫາຍ ຫຼີຕື້​ຈ້ອງ ຢູ່​ບ້ານ​ເກີດ ຮ່າ​ຕິ້ງ. ພ້ອມ​ນັ້ນ, ສູນ​ກາງ​ຊາ​ວໜຸ່ມ​ປຸກລະດົມ​ການ​ຂົນຂວາຍ “ສ້າງ​ຄຸນຄ່າ​ຕົວແບບ​ຊາວ​ໜຸ່ມ​ໃນ​ໄລຍະ​ໃໝ່”, ຮຽກຮ້ອງ​ໃຫ້​ຊາວ​ໜຸ່ມ​ໃນ​ທົ່ວ​ປະ​ເທດ ຝຶກ​ຝົນ​ຫຼໍ່​ຫຼອມ ສຸ້ຊົນ​ເພື່ອ​ອຸທິດ​ສ່ວນ​ໃຫ້​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ