ປຸກລະດົມການເສັງ “ຊອກຮູ້ປະຫວັດສາດແຫ່ງການພົວພັນແບບພິເສດຫວຽດນາມ - ລາວ”

ປຸກລະດົມການເສັງ “ຊອກຮູ້ປະຫວັດສາດແຫ່ງການພົວພັນແບບພິເສດຫວຽດນາມ - ລາວ” - ảnh 1

(vovworld) - ຕອນ​ບ່າຍ​ວັນ​ທີ 12/4, ຢູ່​ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໄດ້​ປຸກລະດົມ​ການ​ເສ​ັງ “ຊອກ​ຮູ້​ປະຫວັດສາດ​​ແຫ່ງການ​ພົວພັນ​ແບບ​ພິ​ເສ​ດຫວຽດນາມ - ລາວ” ຢ່າງ​ເປັນ​ທາງ​ການ. ນີ້​​ແມ່ນ​ການ​ເຄື່ອນ​ໄຫວ​ອັນ​ແທດ​ຈິງ ​ເພື່ອ​ແນ​ໃສ່​ຫັນ​ເປັນ​ລະ​ອຽດການ​ຊີ້​ນຳ​ຂອງ​ກົມ​ການ​ເມືອງ​ 2 ປະ​ເທດ​ໃນ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ 2012, ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູ​ດ ​ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ພິທີມອບ​ລາງວັນ​ຈະ​ຖືກ​ຈັດ​ຕັ້ງ​ໃນ​ວັນ​ທີ 12/12/2012 ຢູ່​ແຂວງ ສະຫວັນ​ນະ​ເຂດ​ຂອງ ລາວ. ການ​ເສັງ​ຊອກ​ຮູ້​ປະຫວັດສາດ​​ແຫ່ງການ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ ກໍ່​ຖືກ​ຈັດ​ຂຶ້ນພ້ອມ​ກັນ​​ໃນ​ພາບ​ດຽວ​ຢູ່​ລາວ.

ຂ່າວ/ບົດ​ອື່ນ