ປຸກ​ລະ​ດົມ​ການ​ເສັງ “​​ເຊັກ​ອິນ ແຜ່​ກະ​ຈາຍມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ຢ່າງ​ປອດ​ໄພ

(VOVWORLD) -ການເສັງ “ເຊັກອິນແຜ່ກະຈາຍມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19” ແມ່ນກິດຈະກຳທຳອິດຂອງບັ້ນເຄື່ອນໄຫວ “ສ້າງແຜ່ນກຳບັງຄວບ”, ດ້ວຍສານທີ່ວ່າ “ທັງຄອບຄົວປອດໄວຣັດ, ຮ່ວມກັນດຳລົງຊີວິດຢ່າງມ່ວນຊືນ” ໂດຍກະຊວງສາທາລະນະສຸກປະຕິບັດ, ໂດຍມີການຮ່ວມເດີນທາງຂອງ ບໍລິສັດ Aiken. 
ປຸກ​ລະ​ດົມ​ການ​ເສັງ “​​ເຊັກ​ອິນ ແຜ່​ກະ​ຈາຍມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ຢ່າງ​ປອດ​ໄພ - ảnh 1(ພາບ: ກະຊວງສາທາລະນະສຸກ)

ກະຊວງສາທາລະນະສຸກ ຫວຽດນາມ ໄດ້ປຸກລະດົມການເສັງ “ເຊັກອິນແຜ່ກະຈາຍມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19” ສະຫງວນໃຫ້ແກ່ພະນັກງານຂະແໜງສາທາລະນະສຸກ ແນໃສ່ແຜ່ຂະຫຍາຍມາດຕະການປ້ອງກັນ, ຕ້ານໂລກລະບາດສູ່ສັງຄົມດ້ວຍສານທີ່ວ່າ “ຍາມໃດກໍໃນທ່າເປັນເຈົ້າການຕ້ານໂລກລະບາດ ແລະ ຮັກສາຫຼັກການ “5 ມາດຕະການ ແລະ ສັກວັກຊິນ”. ການເສັງດັ່ງກ່າວ ຖືກດຳເນີນໃນລະຫວ່າງວັນທີ 28 ຕຸລາ ຫາວັນທີ 11 ພະຈິກ ຈຶ່ງອັດລົງ.

        ການເສັງດັ່ງກ່າວແມ່ນກິດຈະກຳທຳອິດຂອງບັ້ນເຄື່ອນໄຫວ “ສ້າງແຜ່ນກຳບັງຄວບ”, ດ້ວຍສານທີ່ວ່າ “ທັງຄອບຄົວປອດໄວຣັດ, ຮ່ວມກັນດຳລົງຊີວິດຢ່າງມ່ວນຊືນ” ໂດຍກະຊວງສາທາລະນະສຸກປະຕິບັດ, ໂດຍມີການຮ່ວມເດີນທາງຂອງ ບໍລິສັດ Aiken. ຜ່ານການເສັງຄັ້ງນີ້, ພະນັກງານການແພດ ຈະສົ່ງຄຳຮຽກຮ້ອງສູ່ວົງຄະນະຍາດ ຍາມໃດກໍ່ຕ້ອງຍົກສູງສະຕິຮັກສາ “5 ມາດຕະການ ແລະ ເປັນເຈົ້າການສັກວັກຊິນ” ກ່ອນທີ່ຈະກ້າວເຂົ້າສູ່ສະພາບປົກກະຕິໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ