ປຸກລະດົມການເສັງຊິງ ລາງວັນສື່ມວນຊົນ ເພື່ອ ພາລະກິດມະຫາສາມັກ ຄີ ທົ່ວປວງຊົນທັງຊາດ

ປຸກລະດົມການເສັງຊິງ ລາງວັນສື່ມວນຊົນ ເພື່ອ ພາລະກິດມະຫາສາມັກ ຄີ ທົ່ວປວງຊົນທັງຊາດ - ảnh 1

(ພາບປະກອບ:mofahcm.gov.vn)


( vovworld )-​ ຕອນ​ເຊົ້າວັນ​ທີ 18/6, ຢູ່​ຮ່​າໂນ້ຍ, ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ ​ແລະ ປຸກລະດົມ​ການ​ເສັງ​ຊິງ​ລາງວັນ​ສື່​ມວນ​ຊົນ “​ເພື່ອ​ພາລະກິດ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ“ ​ຄັ້ງທີ 10 ປີ 2012. ບັນດາ​ບົດ​ຂຽນສົ່ງ​ເຂົ້າຮ່ວມການ​ເສັງ​ຊິງ​ລາງວັນ​ສື່​ມວນ​ຊົນ “​ເພື່ອ​ພາລະກິດ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ“ ​ແມ່ນ​ບັນດາ​ບົດ​ຂຽນ​ທີ່​ມີ​ລັກສະນະ​ຄົ້ນພົບ, ສ່ອງ​ແສງ​ຢ່າງ​ຊັດ​ເຈັນ, ທັນ​ການ​ຄໍ່​ກັບບັນດາ​ເນື້ອ​ໃນ​ຄື: ຜັນ​ຂະຫຍາຍ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ຜັນ​ຂະຫຍາຍ​ປະຕິບັດມະຕິ ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 11ຂອງພັກ​ກອມ​ມູນິດ​ຫວຽດນາມ ; ​ແນວ​ໂຮມ​ປະ​ເທດ​ຊາດ​ຂັ້ນຕ່າງໆ​ເຂົ້າຮ່ວມ​ການ​ກໍ່ສ້າງ​ພັກ, ລັດ​ປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ; ໝາກຜົນ​ບັ້ນຂົນຂວາຍ​ຮ່ຳຮຽນ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ….​ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Nguyen The Ky ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ຊີ້​ແຈງ​ວ່າ:  “ການ​ເສັງຄັ້ງນີ້​ມີ​ຫົວ​ຂໍ້​ແມ່ນ​ນ້ຳ​ໃຈ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ຊາວ​ຫວຽດນາມ​ ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ພວກ​ເຮົາ​ຕ້ອງ​ປ່ຽນ​ໃໝ່​ວິທີ​ຂຽນ, ​ເຮັດ​ໃຫ້​ບັນດາ​ບົດ​ຂຽນ​ມີ​ເນື້ອ​ໃນ​ສັງ​ລວມ, ທັງ​ດູ​ດດື່ມ​, ທັງ​ມີ​ຊີວິດ​ຊີວາ, ມີ​ກຳລັງ​ແຜ່​ຂະຫຍາຍ ​ແລະ ມີ​ລັກສະນະ​ເກ້ຍກ່ອມ“.

 

 

ຂ່າວ/ບົດ​ອື່ນ