ປຸກລະດົມ​ການ​ເສັງ​ຊີງ​ລາງວັນທົ່ວ​ປະ​ເທດ​ກ່ຽວກັບວຽກງານ​ຖະ​ແຫຼງຂ່າວ​​ໃຫ້ຕ່າງປະ​ເທດ ປີ 2019

(VOVWORLD) -      ຕອນເຊົ້າວັນທີ 27 ພະຈິກ, ຄະນະຊີ້ນໍາວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ, ຄະນະໂຄສະນາສຶກສາສູນກາງ ແລະ ສະຖານີໂທລະພາບຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວ ປຸກລະດົມການເສັງຊີງລາງວັນທົ່ວປະເທດ ກ່ຽວກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ປີ 2019. 
ປຸກລະດົມ​ການ​ເສັງ​ຊີງ​ລາງວັນທົ່ວ​ປະ​ເທດ​ກ່ຽວກັບວຽກງານ​ຖະ​ແຫຼງຂ່າວ​​ໃຫ້ຕ່າງປະ​ເທດ ປີ 2019 - ảnh 1ທ່ານ ບຸ່ຍເຈື່ອງຢາງ - ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ ກ່າວຄໍາເຫັນທີ່ກອງປະຊຸມຖະແຫຼງຂ່າວ

  ການເສັງດັ່ງກ່າວ ແມ່ນເພື່ອແນໃສ່ສືບຕໍ່ຮັບຮູ້ ແລະ ຊົມເຊີຍບັນດາຜູ້ຂຽນ, ຜະລິດຕະພັນສື່ມວນຊົນ ແລະ ປື້ມອ່ານດີເລີດໃນຂົງເຂດຖະແຫຼງຂ່າວໃຫ້ຕ່າງປະເທດ; ພ້ອມທັງປະກອບສ່ວນໂຄສະນາ, ແຜ່ຂະຫຍາຍບັນດາຜົນງານການເມືອງ - ການຕ່າງປະເທດ, ເສດຖະກິດ, ວັດທະນະທໍາ-ສັງຄົມ ຂອງປະເທດຊາດ; ໂຄສະນາກ່ຽວກັບປະເທດຫວຽດນາມ ຂະຫຍັນຂັນເຄື່ອນ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ແລະ ແມ່ນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

        ຜະລິດຕະພັນສື່ມວນຊົນໄດ້ຮັບລາງວັນ ແມ່ນບັນດາບົດໜັງສືພິມ, ໜັງສືພິມເອເລັກໂຕນິກ, ລາຍການກະຈາຍສຽງ, ໂທລະພາບ... ທີ່ຖືກແຕ່ງໂດຍພາສາຫວຽດນາມ ແລະ ພາສາຕ່າງປະເທດ ແລະ ໄດ້ລົງໃນບັນດາສື່ມວນຊົນ ແລະ ພິມຈໍາໜ່າຍທັງຢູ່ພາຍໃນ ແລະ ຕ່າງປະເທດໃນໄລຍະແຕ່ວັນທີ 1 ມັງກອນ 2019 ຫາວັນທີ 31 ທັນວາ 2019.


ຕອບກັບ

ຂ່າວ/ບົດ​ອື່ນ