ປຸກລະດົມການເສັງຊອກຮູ້ ປະຫວັດສາດແຫ່ງການພົວພັນ ຫວຽດນາມ-ລາວ

ປຸກລະດົມການເສັງຊອກຮູ້ ປະຫວັດສາດແຫ່ງການພົວພັນ ຫວຽດນາມ-ລາວ - ảnh 1
ພາບປະກອບ

( vovworld ) – ​ວັນ​ທີ 9/4, ຢູ່​ນະຄອນຫຼວງ​ວຽງ​ຈັນ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽ​ດນາມ ​ແລະ ຄະນະ​ໂຄສະນາອົບຮົມສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ປຶກສາ​ຫາລື​ແຜນການ​ປຸກລະດົມ “ການ​​ເສັງ​ຊອກ​ຮູ້​ປະຫວັດສາດ​ແຫ່ງ​ການ​ພົວພັນ​​ແບບ​ພິ​ເສດຫວຽດນາມ-​ລາວ, ລາວ-​ຫວຽດນາມ“. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ລະບຽບ​ການ, ຮູບ​ການ, ​ເວລາ, ​ເປົ້າໝາຍ ​ແລະ ລາງວັນ​ການ​​ເສັງ ດ້ວຍ​ຈຸດປະສົງ​ຕອບ​ສະໜອງ “ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບຫວຽດນາມ-​ລາວ 2012“, ຂ່ຳນັບ​ຮັບ​ຕ້ອນ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ ​ແລະ 35 ປີ​ແຫ່ງ​ວັນ​ເຊັນສົນທິສັນຍາ​ມິດ​ຕະພາບ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ. ​ເປົ້າໝາຍ​ເຂົ້າຮ່ວມ​ການ​​ເສັງ​ແມ່ນ​ພົນລະ​ເມືອງ​ຫວຽດນາມ ​ແລະ ລາວ ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ຄາດ​ວ່າ ພິທີມອບ​ລາງວັນ​ຈະ​ຈັດ​ຂຶ້ນ​ຢູ່​ແຂວງ​ສະຫວັນ​ນະ​ເຂດ​ຂອງ​ລາວ.

ຂ່າວ/ບົດ​ອື່ນ