ປຸກລະດົມການເສັງຮູບພາບມໍລະດົກຫວຽດນາມປີ2015

ປຸກລະດົມການເສັງຮູບພາບມໍລະດົກຫວຽດນາມປີ2015 - ảnh 1
ປຸກລະດົມ​ການ​​ເສັງ​ຮູບ​ພາບ​ມໍລະດົກ​ຫວຽດນາມ​ປີ2015
(ພາບ: H.D)

(vovworld) – ​ ວັນ​ທີ 12/8 ຢຸ່ນະຄອນ ​ໂຮ່ຈີ​ມິນ, ວາລະສານ ຫວຽດນາມ Heritage ​ໄດ້​ປຸກລະດົມການ​​ເສັງ​ຮູບ​ພາບ​ມໍລະດົກ ຫວຽດນາມ - ຫວຽດນາມ ປີ 2015 ຢ່າງ​ເປັນ​ທາງ​ການ. ການ​​​ເສັງໃນປີ​ນີ້ ສືບ​ຕໍ່​ເປີດ​ກ້ວາງຂອບ​ຂະໜາດ​ກ່ຽວ​ກັບ​ເນື້ອ​ໃນ​ດ້ວຍ​ວິທີ​ເພີ່ມ​ທະວີ​ຮູບ​ພາບກ່ຽວ​ກັບ​ແຂວງ ບິ່ງ​ທ້ວນ ​ເຊິ່ງ​ແມ່ນ​ໃຈກາງຂອງການທ່ອງທ່ຽວທີ່​ຍັງມີຄວາມສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ. ຄະນະ​ຈັດ​ຕັ້ງ​​ຫວັງ​ວ່າ: ​​ຜ່ານ​ການ​​​ເສັງ ບັນດາ​ວິ​ສາ​ຫະກິດ, ອົງການ​ເອກະ​ຊົນ​ທີ່​ນິຍົມຖ່າຍຮູບ, ຮັກ​ທຳ​ມະ​ຊາດວັດທະນະທຳ ຫວຽດນາມ ສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈນຳ​ມາ​ໃຫ້​ປະຊາ​ຄົມ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ​ກາລະ​ໂອກາດ​ໄດ້​ເຫັນ​ປະຈັກ​ຕາ​ບັນດາ​ຮູບ​ແຕ້ມຖ່າຍ​ດີ​ທີ່​ສຸດກ່ຽວ​ກັບ​ທຳ​ມະ​ຊາດ ​ແລະ ວັດທະນາ​ທຳ ຫວຽດນາມ. ໝາກຜົນ​ຂອງ​ການ​​​ເສັງ​ຄາດ​ວ່າ​ຈະປະກາດ​ໃນ​ວັນ​ທີ 10/10/2015.

 

ຂ່າວ/ບົດ​ອື່ນ