ປຸກລະດົມການເສັງ“ໄວໜຸ່ມຮ່ຳຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດປະທານຮ່າຈີມິນ”

ປຸກລະດົມການເສັງ“ໄວໜຸ່ມຮ່ຳຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດປະທານຮ່າຈີມິນ” - ảnh 1
ພິທີ​ປຸກລະດົມ​ການ​ເສັງ (ພາບອິນເຕີແນັດ)

(vovworld) – ​ ​ ວັນ​ທີ 29/03 ຢູ່​ຮ່າ​ໂນ້ຍ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ສົມທົບ​ກັບ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​​ປະທານໂຮ່ຈີ​ມິນ ຈັດ​ຕັ້ງພິທີ​ປຸກລະດົມ​ການ​ເສັງ “​ໄວ​ໜຸ່ມ​ຮ່​ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ໂຮ່ຈີ​ມິນ” ຄັ້ງ​ທີ 3 ປີ 2016. ນີ້​ແມ​່ນການ​ເສັງທີ່​ສະຫງວນ​ໃຫ້​ນັກຮຽນ, ນັກ​ສຶກສາ, ຊາວ​ໜຸ່ມ​ເຍົາວະ​ຊົນ​ອະນຸຊົນ, ​ໄດ້​ຈັດ​ຕັ້ງ​ປະຈຳ​ປີ ຕາມ​ຮູບ​ແບບ​ເສັງ​ຜ່ານ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ. ການ​ເສັງ​ມຸ່ງ​ໄປ​ເຖິງ​ບັນດາ​ບັນຫາ​ຄື: ບັນ​ດາ​ຄຳ​ສັ່ງສອນ​ຂອງ​ປະທານ​ໂຮ່ຈີ​ມິນ​ສຳລັບ​ລຸ້ນໜຸ່ມ; ຂ້ໍ​ມູນ​ຂ່າວ​ກ່ຽວ​ກັບ​ທະ​ເລ, ​ໝູ່​ເກາະ ​ແລະ ຍຸດ​ທະ​ສາດ​ທະ​ເລ​ຂອງ ຫວຽດນາມ…​ທ່ານ​ນາງ ຫງວຽນ​ທິ​ເຫງຍ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງສຶກສາ ​ແລະ ບຳລຸງ​ສ້າງ, ຫົວໜ້າ​ຄະນະ​ຊີ້​ນຳ​ການ​ເສັງ ​ໃຫ້​ຮູ້​ວ່າ: ​ໂດຍ​ຜ່ານການຈັດ​ຕັ້ງ​ເປັນ​ເວລາ 2 ປີ, ການ​ເສັງ​ໄດ້​ປະກອບສ່ວນ​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທາ​ນໂຮ່ຈີ​ມິນ​ ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ໃນ​ນັກຮຽນ, ນັກ​ສຶກສາ​ກ່ວາ.

ຂ່າວ/ບົດ​ອື່ນ