ປຸກ​ລະ​ດົມ​ການ​ແຂ່ງ​ຂັນ​ຊີ​ງ​ລາງວັນ “ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ Make in Viet Nam” ປີ 2024

(VOVWORLD) - ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ໄດ້ສົມທົບກັບ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ໄດ້ຈັດການຖະແຫຼງຂ່າວ ກ່ຽວກັບການແຂ່ງຂັນ ລາງວັນ “ຜະລິດຕະພັນເຕັກໂນໂລຢີ Make in Viet Nam” ປີ 2024. ຕາມນັ້ນແລ້ວ, ລາງວັນປີ 2024 ມີ 8 ລາຍການ, ໃນນັ້ນ ມີລາຍການໃໝ່ ຜະລິດຕະພັນດີຈີຕອນໃໝ່ດີເດັ່ນ.
ປຸກ​ລະ​ດົມ​ການ​ແຂ່ງ​ຂັນ​ຊີ​ງ​ລາງວັນ “ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ Make in Viet Nam” ປີ 2024 - ảnh 1ການຖະແຫຼງຂ່າວກ່ຽວກັບການແຂ່ງຂັນ ລາງວັນ “ຜະລິດຕະພັນເຕັກໂນໂລຢີ Make in Viet Nam” ປີ 2024 (ພາບ: VGP/HM)

ທ່ານ ຫງວຽນແທັງຕວຽນ, ຮອງຫົວໜ້າກົມອຸດສາຫະກຳເຕັກໂນໂລຢີ ຂໍ້ມູນຂ່າວສານ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຖືວ່າ:

“ຜະລິດຕະພັນເຕັກໂນໂລຢີດີຈີຕອນໃໝ່ ແມ່ນລາຍການໃໝ່, ສຳລັບບັນດາເຕັກໂນໂລຢີໃໝ່ຄື  AI (ປັນຍາປະດິດ), Blockchain, ການເຊື່ອມຕໍ່ສັບພະສິ່ງ ຫຼື ເຄິ່ງຊັກນຳໄຟຟ້າ… ອັນນີ້ ກໍມີຄວາມຄ້າຍຄືກັນກັບບັນດາລາງວັນອື່ນໆໃນໂລກ. ໂລກ ກໍມີບັນດາລາງວັນເຊດີຊູຜະລິດຕະພັນໃໝ່, ປີນີ້ ອົງການກຳມະການໄດ້ສະເໜີ ແລະ ໄດ້ຮັບການໃຫ້ສັດຕະຍາບັນໃຫ້ເປີດລາຍການໃໝ່, ນັ້ນແມ່ນເຕັກໂນໂລຢີໃໝ່ດີເດັ່ນ”.

ປະຕູຖານຂໍ້ມູນເອເລັກໂຕນິກ Giaithuong.makeinVietNam.mic.gov.vn ຈະຢຸດຮັບສຳເນົາເອກະສານຈົດທະບຽນໃນວັນທີ 22 ຕຸລາ 2024. ພິທີມອບລາງວັນຈະຈັດຂຶ້ນໃນເດືອນທັນວາຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ