ປຸກ​ລະ​ດົມ​ການ​ແຂ່​ງ​ຂັນ​ຊີງລາງວັນ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ແລະ Startup ນະ​ຄອນ ໂຮ່​ຈີ​ມິນ ປີ 2023 (I-Star 2023)

(VOVWORLD) -ການແຂ່ງຂັນຊີງລາງວັນແມ່ນໜຶ່ງໃນບັນດາການເຄື່ອນໄຫວຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ເລີ່ມຕົ້ນ Startup ໃນປະຊາຄົມ, ປະກອບສ່ວນສ້າງລະບົບນິເວດ Startup ແລະ ປ່ຽນແປງໃໝ່ປະດິດຄິດສ້າງ ແບບຍືນຍົງຂອງນະຄອນໂຮ່ຈີມິນ. 
ປຸກ​ລະ​ດົມ​ການ​ແຂ່​ງ​ຂັນ​ຊີງລາງວັນ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ແລະ Startup ນະ​ຄອນ ໂຮ່​ຈີ​ມິນ ປີ 2023 (I-Star 2023) - ảnh 1ລາງວັນເພື່ອແນໃສ່ເຊີດຊູບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ມີຜົນງານໃນການເຄື່ອນໄຫວປ່ຽນແປງໃໝ່ປະດິດຄິດສ້າງ ແລະ Startup ຂອງນະຄອນ (ພາບ: dangcongsan.vn)

ວັນທີ 9 ມີນາ, ຢູ່ນະຄອນ ໂຮ່ຈີມິນ, ພະແນກວິທະຍາສາດ ແລະ ເຕັກໂນໂລຢີນະຄອນ ໂຮຈີມິນ ໄດ້ປຸກລະດົມການແຂ່ງຊັນຊີງລາງວັນປ່ຽນແປງໃໝ່ປະດິດຄິດສ້າງ ແລະ Startup ນະຄອນ ໂຮ່ຈີມິນ ປີ 2023 (I-Star 2023). ລາງວັນເພື່ອແນໃສ່ເຊີດຊູບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ມີຜົນງານໃນການເຄື່ອນໄຫວປ່ຽນແປງໃໝ່ປະດິດຄິດສ້າງ ແລະ Startup ຂອງນະຄອນ.

ນີ້ແມ່ນປີທີ 6 ທີ່ການແຂ່ງຂັນຊີງລາງວັນ I-Star ໄດ້ຮັບການຈັດຂຶ້ນໂດຍຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ. ການແຂ່ງຂັນຊີງລາງວັນແມ່ນໜຶ່ງໃນບັນດາການເຄື່ອນໄຫວຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ເລີ່ມຕົ້ນ Startup ໃນປະຊາຄົມ, ປະກອບສ່ວນສ້າງລະບົບນິເວດ Startup ແລະ ປ່ຽນແປງໃໝ່ປະດິດຄິດສ້າງ ແບບຍືນຍົງຂອງນະຄອນໂຮ່ຈີມິນ. ທ່ານ ຫງວຽນວຽດຢຸງ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຢີນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:

ປັດຈຸບັນ, ສະພາບການເສດຖະກິດໂລກພວມຖືກຊຸດໂຊມ ເຊິ່ງກໍ່ຜົນກະທົບສ່ວນໃດໜຶ່ງຕໍ່ການເຄື່ອນໄຫວ Startup ປ່ຽນແປງໃໝ່ປະດິດຄິດສ້າງ. ເຖິງຢ່າງໃດກໍ່ຕາມ, ໃນໄລຍະປະສົບຄວາມຫຍຸ້ງຍາກຍັງກໍ່ມີກາລະໂອກາດຫຼາຍຢ່າງ. ພວກຂ້າພະເຈົ້າຫວັງວ່າ ປະຊາຄົມ Startup ປ່ຽນແປງໃໝ່ປະດິດຄິດສ້າງຈະປະຕິບັດທິດນຳທີ່ວ່າ Startup ເປັນເທື່ອລະກ້າວ, ສ້າງກາລະໂອກາດໃໝ່ເພື່ອພັດທະນາ, ໝູນໃຊ້ປັນຍາປະດິດ (AI) ເພື່ອແກ້ໄຂບັນດາບັນຫາຂອງຕະຫຼາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ