ປຸກລະດົມການແຂ່ງຂັນເຕັກໂນໂລຢີຂໍ້ມູນຂ່າວສານ - ສື່ສານອາຊຽນ 2015

ປຸກລະດົມການແຂ່ງຂັນເຕັກໂນໂລຢີຂໍ້ມູນຂ່າວສານ - ສື່ສານອາຊຽນ 2015 - ảnh 1

ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ຫງວຽນ​ແທ່ງ​ຮຶງ
ກ່າວ​ຄວາມ​ເຫັນ​ທີ່​ການ​ປະຊຸມ​ຂ່າວ

(vovworld) - ຕອນ​ເຊົ້າ​ວັນ​ທີ 9/4, ຢູ່​ຮ່າ​ໂນ້ຍ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ໄດ້​ຈັດການ​ປະຊຸມຂ່າວ ປຸກລະດົມ​ການ​ແຂ່ງຂັນ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ - ສື່ສານ​ອາ​ຊຽນ 2015, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ, ວິ​ສາ​ຫະກິດ​ທີ່​ມາ​ຈາກ 10 ປະ​ເທດ​ສະມາຊິກ​ອາ​ຊຽນ. ພິທີ​ມອບ​ລາງວັນ​ໃຫ້ການ​​ແຂ່ງຂັນ, ຈະ​ຖືກ​ຈັດ​ຂຶ້ນ​ໃນ​ລາຍການກອງ​ປະຊຸມ​ລັດຖະມົນຕີ​ວ່າ​ການ​ກະຊວງ​ຖະ​ແຫຼ​ງຂ່າວ-ສື່ສານ​ອາ​ຊຽນ 2015, ​ເຊິ່ງຈັດ​ຂຶ້ນ​ໃນ​ເດືອນ 11/2015, ຢູ່​ນະຄອນ​ດ່າ​ນັ້ງ ຂອງ​ຫວຽດນາມ. ກ່າວ​ຄວາມ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ຫງວຽນ​ແທ່ງ​ຮຶງ, ​ໃຫ້​ຮູ້​ວ່າ:

        “ການ​ແຂ່ງຂັນ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ - ສື່ສານ​ອາ​ຊຽນ ​ເລີ່​ມມີ​ແຕ່​ປີ 2012 ​ແລະ ຫວຽດນາມ​ບັນລຸ​ໄດ້ 3 ລາງວັນ. ພວກ​ເຮົາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ດ້ວຍ​ນຳ້​ໃຈ​ຮັກ​ຊາດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ປະ​ເທດ​ຊາດ, ອັນ​ໄດ້ເຮັດ​ໃຫ້​ເພື່ອນ​ມິດ​ອາ​ຊຽນ​​ເຂົ້າ​ໃຈໄດ້​ວ່າ, ພວກ​ເຮົາ​ບໍ່​ອ່ອນ​ດ້ອຍ​ກວ່າ​ເຂົາ​ເຈົ້າ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າວສານ - ສື່ສານ. ນັ້ນ​ກໍ່​ແມ່ນ​ການ​ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ວ່າ​ການ​ກະຊວງ​ຖະ​ແຫຼ​ງຂ່າວ ສື່ສານ​ອາ​ຊຽນ“.

 

ຂ່າວ/ບົດ​ອື່ນ