ປຸກລະດົມການແຕ້ມຮູບໂຄສະນາປີAPECຫວຽດນາມ2017

ປຸກລະດົມການແຕ້ມຮູບໂຄສະນາປີAPECຫວຽດນາມ2017 - ảnh 1
ປຸກລະດົມການປະພັນຮູບແຕ້ມຂົນຂວາຍ
ໂຄສະນາປີAPECຫວຽດນາມ2017


(vovworld) – ​ ວັນ​ທີ 30/12 ຢູ່ ຮ່າ​ໂນ້ຍ ກະຊວງ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ໄດ້​ປຸກລະດົມ​ການ​ເສັງ​​ແຕ້ມຮູບ​​ໂຄສະນາ​ປີ APEC  ຫວຽດນາມ 2017. ການ​ເສັງ​ປະກອບສ່ວນ​ປະຕິບັດ​ຈຸດໝາຍ​ດ້ານ​ການ​ເມືອງ​ໃນ​​ເລື່ອງ ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ປີ APEC 2017, ຢືນຢັນ ຫວຽດນາມ ​ເປັນ​ເພື່ອນ​ມິດ, ຄູ່​ຮ່ວມ​ມື​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເປັນ​ສະມາຊິກ​ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ໃນ​ພາກ​ພື້ນ ​ແລະ ສາກົນ.

        ການ​ເສັງດັ່ງກ່າວ​ ​ແມ່ນ​ສະ​ຫງວນ​ໃຫ້​ບັນດາ​ຈິດຕະກອນ ຫວຽ​ດນາມ ຢູ່​ພາຍ​ໃນ ​ແລະ ພວມອາ​ໄສ​ຢູ່​ຕ່າງປະ​ເທດ. ບັນດາ​ຮູບ​ແຕ້ມ​ເຂົ້າ​ຮ່ວມ​ການ​ເສັງ​ຕ້ອງ​ສະ​ແດງ​​ເຖິງ​ຫົວ​ເລື່ອງປີ APEC  ຫວຽດນາມ 2017 “ສ້າງ​ກຳລັງ​ໜູນ ພ້ອມ​ກັນ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ອະນາຄົດ​ລວມ”, ຍົກ​ສູງ​ຜົນງານ, ຂີດ​ໝາຍ​ຂອງ ຫວຽດນາມ ​ໃນ​ປີ 2017, ປະກອບສ່ວນ​​ເຂົ້າ​ໃນການ​ເຕີບ​ໂຕ​ເສດຖະກິດ​ແບບ​ຍືນ​ຍົງ ​ແລະ ຮ່ວມ​ສຳພັນ​ກັບ​ພາກ​ພື້ນ. ບັນດາ​ຮູບ​ແຕ້ມ​ຄວນ​ໂຄສະນາ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ທີ່ດູດດຶມ, ນະ​ໂຍບາຍ​ບຸລິມະສິດ​ຂອງ ຫວຽດນາມ ​ໃນ​ການ​ລົງທຶນ​ສາກົນ; ​ເຊີດ​ຊູ​ຮູບ​ພາບ​ ຫວຽດນາມ ສັນຕິພາບ, ສະຖຽນ​ລະ​ພາບ, ສະໜິດສະໜົ​ມ, ປ່ຽນ​ໃໝ່, ຂະຫຍັນ​ຂັ່ນ​ເຄື່ອນ; ​ໂຄສະນາ​​ພາບພົດປະ​ເທດ​ຊາດທີ່​ສວຍ​ງາມ ​ແລະ ປະຊາຊົນ ຫວຽດ​ນາມ. ກຳນົດ​ເວລາ​ສຸດ​ທ້າຍ ​ເມື່ອ​ຮັບ​ເອົາ​ຮູບ​ແຕ້ມ​ເຂົ້າ​ຮ່ວມ​ການ​ເສັງ​ແມ່ນວັນ​ທີ 28/02/2017.

 

 


ຂ່າວ/ບົດ​ອື່ນ