ປຸກລະດົມຂະບວນການແຂ່ງຂັນ“ວິສາຫະກິດຫວຽດນາມເຊື່ອມໂຍງແລະພັດທະນາ”

ປຸກລະດົມຂະບວນການແຂ່ງຂັນ“ວິສາຫະກິດຫວຽດນາມເຊື່ອມໂຍງແລະພັດທະນາ” - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ

(vovworld) – ​ ຕອນ​ຄຳ່​ວັນ​ທີ 11/10 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້ປຸກລະດົມ​ຂະ​ບວນການ​ແຂ່ງຂັນ​ດ້ວຍ​ຫົວ​ຂໍ້​ວ່າ “ວິ​ສາ​ຫະກິດ ຫວຽດນາມ ​ເຊື່ອມ​ໂຍງ ​ແລະ ພັດທະນາ”. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປະທານ​ສະພາ​ແຂ່ງຂັນ​ຍ້ອງຍໍ​ສູນ​ກາງ, ຮຽກ​ຮ້ອງບັນດາ​ກະຊວງ, ຂະ​ແໜງ​ການ​ປະຕິບັດ “3 ການຮ່ວມ​ເດີນ​ທາງ, 5 ການໜູນ​ຊ່ວຍ” ສຳລັບ​ວິ​ສາ​ຫະກິດ. ​ໃນ​ນັ້ນ ​ແມ່ນຮ່ວມ​ເດີນ​ທາງ​ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງ; ຮ່ວມ​ເດີນທາງ​ປັບປຸງ​ລະບອບລະບຽບ​ການ, ກົດໝາຍ​ໃນ​ຫລາຍ​ຂົງ​ເຂດ; ຮ່ວມ​ເດີນທາງ ​ແລະ ປະຕິບັດກົນ​ໄກ​ເຈລະຈາ, ທາ​ບທາມ​ຄຳ​ເຫັນ​ຂອງ​ວິ​ສາ​ຫະກິດ​ເປັນ​ຢ່າງ​ດີ. ທ່ານ​ນາຍ​ົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ລັດຖະບານ​ພວມ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ປ່ຽນ​ໃໝ່​ຮູບ​​ແບບການ​ເຕີບ​ໂຕ​ຢ່າງ​ຂ້ຽວຂາດ ນຳ​ ຫວຽດນາມ ກ້າວ​ຂຶ້ນສູ່​ລະດັບ​ສູງ​ກ່ວາ ​ໃນ​ລະບົບ​ມູນ​ຄ່າ​ທົ່ວ​ໂລກ. ​ເພື່ອ​ປະຕິບັດ​ໄດ​້ສິ່ງ​ດັ່ງ​ກ່າວ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຕ້ອງສວມ​ບົດບາດ​ແກ່ນສານ. ທ່ານ​ນາຍົກລັດຖະມົນຕີຊີ້​ແຈ້ງວ່າ:

        “ປະຈຸ​ບັນ ປະ​ເທດ​ໃດ ມີ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ໃນ​ລະບົບມູນ​ຄ່າ​ທົ່ວ​ໂລກຫລາຍ​ແຫ່ງ ​ແມ່ນປະ​ເທດ​ນັ້ນ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫລາຍ​ຢ່າງ​ໃນ​ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ​. ​ເພື່ອ​​​ໃຫ້ໄດ້ເຂົ້າຮ່ວມ​ໃນ​ລະບົບ​ມູນ​ຄ່າ​ທົ່ວ​ໂລກນັ້ນ, ຮຽກຮ້​ອງວິ​ສາ​ຫະກິດ​ຕ້ອງນຳທັນ​ບັນດາມາດຕະຖານ​ຂອງ​ພາກ​ພື້ນ ​ແລະ ສາກົນ, ຮຽກ​ຮ້ອງ​ນັກທຸລະກິດ​ຕ້ອງ​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ມີ​ຄວາມ​ຮູ້ ​ແລະ ກ້າປະ​ເຊີນ​ໜ້າ​ກັບ​ການ​ເຊື່ອມ​ໂຍງ ​ເພື່ອ​ບືນ​ຕົວ​ຂຶ້ນສູ່​ທົ່ວ​ໂລກ. ພວກ​ເຮົາ​ຕ້ອງ​ປະຕິບັດ​ຈົນ​ສຸດ​ຄວາ​ມສາມາດ​ຂ​ອງຕົນ ​ເພື່​ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ອາດ​ຈະໃຫຍ່​ໂຕ​ເຂັ້ມ​ແຂງ​ພາຍ​ໃນ​ປະ​ເທດ, ບືນ​ຕົວ​ຂຶ້ນ​ສູ່​ໂລກ ​ແລະ ປະສົບ​ກັບ​ຜົນສຳ​ເລັດ.”

 

ຂ່າວ/ບົດ​ອື່ນ