ປຸກລະດົມງານປະກວດພາບຖ່າຍມໍລະດົກຫວຽດນາມຄັ້ງທີ6

(VOVWORLD) -ວັນທີ 10 ກໍລະກົດ, ຢູ່ນະຄອນໂຮ່ຈິມິນ, ວາລະສານ Vietnam Heritage ໄດ້ສົມທົບກັບບໍລິສັດ Canon Marketing ຫວຽດນາມ ຈຳກັດ ປຸກລະດົມງານປະກວດພາບຖ່າຍມໍລະດົກຫວຽດນາມ - Vietnam Heritage Photo Awards ຄັ້ງທີ 6 ປີ 2017.

ປຸກລະດົມງານປະກວດພາບຖ່າຍມໍລະດົກຫວຽດນາມຄັ້ງທີ6 - ảnh 1 ປຸກລະດົມງານປະກວດພາບຖ່າຍມໍລະດົກຫວຽດນາມຄັ້ງທີ6

(ພາບ: qdnd.vn)

ງານປະກວດຄັ້ງນີ້ແມ່ນເພື່ອແນໃສ່ສືບຕໍ່ເຊີດຊູບັນດາຄຸນຄ່າຂອງປະເທດຊາດ, ຊາວຫວຽດນາມ ດ້ວຍພາບຖ່າຍ, ລວມທັງຫົວຂໍ້: ທຳມະຊາດ, ວັດທະນະທຳທີ່ເປັນວັດຖຸ ແລະ ວັດທະນະທຳບໍ່ເປັນວັດຖຸ, ຊີວິດການເປັນຢູ່, ການເຄື່ອນໄຫວດຳລົງຊີວິດຢູ່ຕະຫຼາດຂອງບັນດາເຂດພາກທົ່ວປະເທດ. ສະເພາະຫົວຂໍ້ “ຕະຫຼາດ” ແມ່ນຈຸດໃໝ່ໃນງານປະກວດຄັ້ງນີ້.

        ຄະນະຈັດຕັ້ງຈະຄັດເລືອກພາບຖ່າຍທີ່ດີເດັ່ນ 100 ພາບ, ຈັດຕັ້ງງານວາງສະແດງ ອອນລາຍ ແລະ ແນະນຳເຖິງມະຫາຊົນຢູ່ຮ່າໂນ້ຍ, ນະຄອນໂຮ່ຈິມິນ ແລະ ດ່ານັ້ງ. ຄາດວ່າ, ພິທີສະຫຼຸບ ແລະ ປະກາດໝາກຜົນງານປະກວດຈະດຳເນີນໃນທ້າຍເດືອນ ພະຈິກ ປີ 2017 ດ້ວຍ 16 ລາງວັນ, ລວມມີ ກອງຖ່າຍຮູບ, ເຄື່ອງພິມ Canon ແລະ ບັນດາ voucher ທ່ອງທ່ຽວບຳລຸງສຸຂະພາບທີ່ດູດດຶ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ