ປຸກລະດົມທົ່ວປວງຊົນສະໜັບສະໜູນປະຊາຊົນ ພາກກາງ ແກ້ໄຂຜົນຮ້າຍ ຢ້ອນຫຼັງພະຍຸ Wutip

ປຸກລະດົມທົ່ວປວງຊົນສະໜັບສະໜູນປະຊາຊົນ ພາກກາງ ແກ້ໄຂຜົນຮ້າຍ ຢ້ອນຫຼັງພະຍຸ Wutip - ảnh 1
(ຈັດ​ຕັ້ງ​ການບໍລິຈາກ, ສະໜັບສະ​ໜູນ​ປະຊາຊົນ​ພາກ​ກາງ​ຫວຽດນາມ)

(vovworld) - ຕອນ​ບ່າຍ​ວັນ​ທີ 02 ຕຸລາ, ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການບໍລິຈາກ, ສະໜັບສະ​ໜູນ​ປະຊາຊົນ​ພາກ​ກາງ​ຫວຽດນາມ ທີ່​ປະສົບ​ຄວາມເສຍ​ຫາຍຢ່າງ​ໜັກ​ໜ່ວງ​ຈາກ​ພະຍຸ Wutip. ທ່ານ​ປະທານ​ຄະນະ​ກຳມະການ​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຮຽກຮ້ອງ​ໃຫ້​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ສະຫງວນ​ຄວາມ​ຊ່ວຍ​ເຫຼືອ​ອັນ​ແທດ​ຈິງ​ທັງທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ​ໃນ​ເຂດ​ປະສົບພະຍຸ​ນ້ຳ​ຖ້ວມ, ​ເພື່ອ​ປະກອບສ່ວນ​ຟື້ນຟູ​ການ​ຜະລິດ ​ແລະ ຮັກສາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນເປັນ​ປົກກະຕິ.

   ພະຍຸ Wutip ​ໄດ້​ພັດ​ເຂົ້າ​ບັນດາ​ແຂວງ​ພາກ​ກາງ​ໃນ​ວັນ​ທີ 30 ກັນຍາ, ​ໄດ້​ເຮັດ​​ໃຫ້​ຫຼາຍ​ຄົນ​ເສຍ​ຊີວິດ ​ແລະ ຖືກບາດ​ເຈັບ; ​ເຮືອນ​ຊານ​ນັບ​ພັນ​ຫຼັງ​ຖືກ​​ເປ​ເພ. ຊີວິດ​ຂອງ​ປະຊາຊົນ​ເກືອ​ບ 4 ລ້ານ​ຄົນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢ່າງ​ໜັກໜ່ວງ ​ແລະ ຈຳ​ເປັນຕ້ອງໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ.

  ​ໃນ​ພິິທີ​ປຸກລະດົມ, ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຮັບຈຳນວນ​ເງິນ 29 ຕຶ້ດົງ, ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ສະໜັບ​ສະ​ໜູນ​ຈຳນວນ​ເງິນ 7 ຕຶ້ດົງ, ນະຄອນ​​ໂຮ່ຈິ​ມິນ ສະໜັບສະໜູນ 10 ຕຶ້ດົງ, ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດສະໜັບ​ສະ​ໜູນ 5,5 ຕຶ້ດົງ ​ເພື່ອ​ຊ່ວຍ​ເຫຼືອ​ປະຊາຊົນ​ໃນ​ເຂດ​ປະສົບ​ພະຍຸ Wutip.

  ​ໂດຍ​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ຄະນະ​ປະທານຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 03 ຕຸລາ, ອົງຄະ​ນະ​ພັກ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ໄດ້​ປຸກລະດົມ​ການ​ສະໜັບສະໜູນ​ປະຊາຊົນ​ພາກ​ກາງ​ປະສົບ​ຄວາມ​ເສຍ​ຫາຍ​ຈາກພະຍຸ Wutip. ​ເຊິ່ງຕາມ​ນັ້ນ​ແລ້ວ, ບັນດາ​ການ​ນຳ​ສະພາ​ແຫ່ງຊາດ ພ້ອມ​ກັບ​ພະນັກງານ, ສະມາຊິກ​ພັກ, ລັດຖະກອນ, ກຳມະກອນຂອງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ໄດ້​ສະຫງວນເງິນ​ເດືອນ​ຢ່າງ​ໜ້ອຍສຸດ​ມື້ໜຶ່ງ​ ​ເພື່ອ​ຊ່ວຍ​ເຫຼືອ​ປະຊາຊົນ​ເຂດປະສົບພະຍຸ, ນ້ຳ​ຖ້ວມ ​​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ​ຟື້ນ​ຟູການ​ຜະລິດ ​ແລະ ຮັກສາ​ຊີວິດ​​ເປັນ​ປົກກະຕິ​ໂດ​ຍ​ໄວ.

ຂ່າວ/ບົດ​ອື່ນ