ປຸກ​ລະ​ດົມ​ບັ້ນ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ເດັກ​ນ້ອຍໃນ​ເກນ​ອາ​ຍຸ​ແຕ່ 5 ຫາ​ຕ່ຳ​ກ່​ວາ 12 ປີ ແລະ ຕອບ​ສະ​ໜອງ “ສັບ​ປະ​ດາ​ສັກ​ວັກ​ຊິນ” ປີ 2022

(VOVWORLD) -ວັນທີ 14 ເມສາ, ຢູ່ນະຄອນ ຮະລອງ, ກະຊວງສາທາລະນະສຸກ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ກ໋ວາງນິງ ໄດ້ຈັດຕັ້ງພິທີປຸກລະດົມ ບັ້ນສັກວັກຊິນກັນໂຄວິດ - 19 ໃຫ້ແກ່ເດັກນ້ອຍໃນເກນອາຍຸແຕ່ 5 ຫາ ຕ່ຳກ່ວາ 12 ປີ ແລະ ຕອບສະໜອງ ສັບປະດາ ສັກວັກຊິນ ປີ 2022 ດ້ວຍຫົວຂໍ້ ວັກຊິນນຳເອົາຊີວິດທີ່ຍືນຍາວມາໃຫ້ທຸກຄົນ”.
ປຸກ​ລະ​ດົມ​ບັ້ນ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ເດັກ​ນ້ອຍໃນ​ເກນ​ອາ​ຍຸ​ແຕ່ 5 ຫາ​ຕ່ຳ​ກ່​ວາ 12 ປີ ແລະ ຕອບ​ສະ​ໜອງ “ສັບ​ປະ​ດາ​ສັກ​ວັກ​ຊິນ” ປີ 2022 - ảnh 1ພາຍຫຼັງພິທີປຸກລະດົມ, ການນຳກະຊວງສາທາລະນະສຸກ ແລະ ແຂວງກ໋ວາງນິງ ໄດ້ໄປກວດກາວຽກງານສັກວັກຊິນໃຫ້ແກ່ເດັກນ້ອຍຢູ່ໂຮງຮຽນມັດທະຍົມຕອນປາຍ ເຈິ່ນກວັດຕວານ
(ພາບ: nld.com.vn)

ເຫດການນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອແນໃສ່ນຳເອົາສານກ່ຽວກັບຄວາມສຳຄັນຂອງເລື່ອງທຸກຄົນລ້ວນແຕ່ໄດ້ສັກວັກຊິນ, ພິເສດໃນສະພາບການໂລກລະບາດໂຄວິດ - 19, ບົດບາດຂອງອຳນາດການປົກຄອງທຸກຂັ້ນ, ສຳນັກງານ, ອົງການຈັດຕັ້ງສຳລັບການເຄື່ອນໄຫວສັກວັກຊິນກັນໂຄວິດ - 19, ຄວາມຮັບຜິດຊອບຂອງ ປະຊາຊົນໃນການເປັນເຈົ້າການ, ມີຄວາມຕື່ມຕົວໄປສັກວັກຊິນໃຫ້ຄົບ ແລະ ຖືກມືນັດ. ທ່ານຮອງລັດຖະມົນຕີກະຊວງ ສາທາລະນະສຸກ ຫວຽດນາມ ຫງວຽນເຈື່ອງເຊີນ ເນັ້ນໜັກວ່າ, ສຳລັບການສັກວັກຊິນກັນໂຄວິດ - 19, ປັດຈຸບັນອັດຕາສັກວັກຊິນເຂັມພື້ນຖານໃຫ້ແກ່ເປົ້າໝາຍທີ່ມີອາຍຸແຕ່ 12 ປີຂຶ້ນໄປ ຢູ່ ຫວຽດນາມ ຢູ່ໃນລະດັບສູງ ແລະ ພວມໄດ້ປະຕິບັດການສັກວັກຊິນເຂັມທີ 3 ໃຫ້ຜູ້ມີອາຍຸແຕ່ 18 ປີຂຶ້ນໄປໃຫ້ສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ