ປຸກລະດົມບັ້ນເຄື່ອນໄຫວທົ່ວໂລກເພື່ອຄວາມປອດໄພຄົມມະນາຄົມຢູ່ຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 19 ມີນາ ຢູ່ ຮ່າໂນ້ຍ, ສະຫະພັນໂອໂຕສາກົນ (FIA) ສົມທົບກັບ ຄະນະກຳມະການຄວາມປອດໄພຄົມມະນາຄົມແຫ່ງຊາດ ປຸກລະດົມບັ້ນເຄື່ອນໄຫວທົ່ວໂລກເພື່ອຄວາມປອດໄພຄົມມະນາຄົມຢູ່ຫວຽດນາມ.

ດ້ວຍສານທີ່ວ່າ “ການຈາລະຈອນຢ່າງປອດໄພ, ກູ້ເອົາຊີວິດນັບພັນໆຄົນ” ໄດ້ດຶງດູດການເຂົ້າຮ່ວມກວ່າ 3 ພັນຄົນ ແລະ ພ້ອມກັນໂຄສະນາ, ສົ່ງເສີມວົງຄະນາຍາດປະຕິບັດຕາມ 12 ຂໍ້ກຳນົດຫລັກຂອງສະຫະພັນໂອໂຕສາກົນ ເມື່ອເຂົ້າຮ່ວມການຈາລະຈອນ, ປະກອບສ່ວນຍົກສູງສະຕິໃນການປະຕິບັດກົດໝາຍການຈາລະຈອນທາງບົກ ຜ່ານນັ້ນ ຍູ້ອຸປະຕິເຫດທາງຄົມມະນາຄົມໃຫ້ຖອຍໄປ ແລະ ຫລຸດຜ່ອນຈຳນວນຜູ້ຖືກເສຍຊີວິດ ແລະ ບາດເຈັບຍ້ອນອຸປະຕິເຫດຄົມມະນາຄົມ.

ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ ຖືວ່າ: ນີ້ແມ່ນບັ້ນເຄື່ອນໄຫວມີຄວາມໝາຍສຳລັບຫວຽດນາມ ຊື່ງແມ່ນແຫ່ງທີ່ບັນຫາຄວາມປອດໄພຄົມມະນາຄົມພວມແມ່ນສິ່ງທ້າທາຍໃຫຍ່, ຜ່ານນັ້ນ ຍົກສູງສະຕິຂອງຜູ້ເຂົ້າຮ່ວມການຈາລະຈອນຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ