ປຸກລະດົມບັ້ນເຄື່ອນໄຫວປ້ອງກັນ, ຕ້ານໂລກລະບາດ ໂຄວິດ -19 ໃນສະພາບການໃໝ່

(VOVWORLD) - ຕາມການສະຖິຕິແລ້ວ, ປະຈຸບັນ, ແຕ່ລະມື້, ຫວຽດນາມ ມີກ່ວາ 2000 ກໍລະນີຕິດເຊື້ອໃໝ່, ແຕ່ຈຳນວນຜູ້ເສຍຊີວິດກວມອັດຕາສ່ວນຕ່ຳ, ສະເລ່ຍໃນ 10 ວັນຜ່ານມາ, ມື້ໜຶ່ງມີແຕ່ 1 ກໍລະນີ ຖືກເສຍຊີວິດຍ້ອນໂຄວິດ -19
ປຸກລະດົມບັ້ນເຄື່ອນໄຫວປ້ອງກັນ, ຕ້ານໂລກລະບາດ ໂຄວິດ -19 ໃນສະພາບການໃໝ່ - ảnh 1ທ່ານນາງ ຫງວຽນທິລຽນເຮືອງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ (ພາບ:Minh Quyết/TTXVN)

ວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກ ໄດ້ຈັດຕັ້ງການປຸກລະດົມບັ້ນເຄື່ອນໄຫວດ້ານສື່ສານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນສະພາບການໃໝ່, ດ້ວຍຫົວຂໍ້ວ່າ “ເພື່ອ ຫວຽດນາມ ໝັ້ນຄົງ ແລະ ເຂັ້ມແຂງ”. ນະທີ່ນີ້, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ປະຈຸບັນ, ຫວຽດນາມ ໄດ້ຄວບຄຸມໂລກລະບາດໂຄວິດ -19 ໄດ້ແລ້ວ ແລະ ໄລຍະມໍ່ໆມານີ້, ໄດ້ກ້າວເຂົ້າສູ່ໄລຍະໃໝ່ “ປັບຕົວປອດໄພ, ມີໄຫວພິບ, ຄວບຄຸມສະພາບການຂອງໂລກລະບາດຢ່າງມີປະສິດທິຜົນ”. ຕາມການສະຖິຕິແລ້ວ, ປະຈຸບັນ, ແຕ່ລະມື້, ຫວຽດນາມ ມີກ່ວາ 2000 ກໍລະນີຕິດເຊື້ອໃໝ່, ແຕ່ຈຳນວນຜູ້ເສຍຊີວິດກວມອັດຕາສ່ວນຕ່ຳ, ສະເລ່ຍໃນ 10 ວັນຜ່ານມາ, ມື້ໜຶ່ງມີແຕ່ 1 ກໍລະນີ ຖືກເສຍຊີວິດຍ້ອນໂຄວິດ -19. ທ່ານນາງ ຫງວຽນທິລຽນເຮືອງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:

        “ເພື່ອສືບຕໍ່ຮັບປະກັນການຄວບຄຸມໂລກລະບາດຢ່າງມີປະສິດທິຜົນ ແລະ ປັບຕົວປອດໄພ, ມີໄຫວພິບ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ຍົກອອກສານໃໝ່ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແມ່ນ ມາດຕະການ (ປິດປາກ, ຂ້າເຊື້ອ) ບວກກັບ ວັກຊິນ -ຢຸກຢາ - ປິ່ນປົວ - ເຕັກໂນໂລຊີ - ສະຕິຂອງປະຊາຊົນ ແລະ ບັນດາມາດຕະການທີ່ເໝາະສົມອື່ນໆ. ພ້ອມນັ້ນ, ກໍ່ຊີ້ນຳຊາບຊຶມການປະຕິບັດທັດສະນະບໍ່ປະໝາດຕ້ອງຍົກສູງສະຕິລະວັງຕົວ, ບໍ່ປະໃຫ້ໂລກລະບາດເກີດຂຶ້ນຄືນໃໝ່”

ຕອບກັບ

ຂ່າວ/ບົດ​ອື່ນ