ປຸກລະດົມບັ້ນໂຄສະນາການປ້ອງກັນ ແລະ ຕ້ານການຄ້າມະນຸດຢູ່ເຂດຊາຍແດນຫວຽດນາມ-ລາວ

ປຸກລະດົມບັ້ນໂຄສະນາການປ້ອງກັນ ແລະ ຕ້ານການຄ້າມະນຸດຢູ່ເຂດຊາຍແດນຫວຽດນາມ-ລາວ - ảnh 1
ພິທີ​ປຸກລະດົມ​ບັ້ນ​ໂຄສະນາ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ຄ້າ​ມະນຸດ​ຢູ່​ເຂດ​ຊາຍ​ແດນ​ຫວຽດນາມ-ລາວ
(ພາບ: http://baodientu.chinhphu.vn/)

(vovworld)- ວັນ​ທີ 15/7, ຢູ່​ເທດສະບານ​ເມືອງ ລາວ​ບາ​ວ ທີ່​ແຂວງ​ກວາງ​ຈິ, ສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽດນາມ​ໄດ້​ຈັດ​ພິທີ​ປຸກລະດົມ​ບັ້ນ​ໂຄສະນາ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ຄ້າ​ມະນຸດ​ຢູ່​ເຂດ​ຊາຍ​ແດນ​ຫວຽດນາມ-ລາວ. ສານ​ຂອງ​ບັ້ນ​ໂຄສະນາ​ແມ່ນ“ ​ແຕ່ລະຄົນ​ຈົ່ງ​ຍົກ​ສູງ​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ຄ້າ​ມະນຸດ, ​ແຮງ​ອົບ​ພະ​ຍົບ, ​ເຂົ້າ​ຮ່ວມ​ການ​ຄົ້ນ​ພົບ ​ແລະ ​ເຜີຍ​ໂທດ​ສຳລັບ​ອາ​ດຊະ​ຍາກ​ອນ....

   ​ໂດຍ​ແມ່ນ 2 ປະ​ເທດ​ເພື່ອ​ຍບ້ານ​ໃກ້​ຄຽງ, ມີ​ມູນ​ເຊື້ອ​ສາມັກຄີ​ມາ​ແຕ່​ດົນ​ນານ ​ແລະ ມີ​ສາຍ​ພົວພັນ​ແບບ​ພິ​ເສດ, ​ເພື່ອ​ປະກອບ​ສ່ວນ​ປັບປຸງ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື, ພັດທະນາ​ໃນ​ພາກ​ພື້ນ, ສູ້​ຊົນ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ 2 ປະ​ເທດ, ປະຊາຊົນ ​ແລະ ​ແມ່ຍິງ 2 ປະ​ເທດໝັ້ນໝາຍຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ຄ້າ​ມະນຸດ ​ແລະ ໜູນ​ຊ່ວຍ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ການ​ຄ້າ​ມະນຸດ ​ໃຫ້​ກັບ​ເມືອ​ເຕົ້າ​ໂຮມ​ກັບ​ຄອບຄົວ. 

ຂ່າວ/ບົດ​ອື່ນ