ປຸກ​ລະ​ດົມ​ລາງວັນ ອາ​ຊຽນ-ອາ​ເມ​ລິ​ກາ ສະ​ຫງວນ​ໃຫ້​ນັກ​ວິ​ທະ​ຍາ​ສາດ​ຍິງ

(VOVWORLD) -

  ຮອບຊິງຊະນະເລີດຈະຖືກຈັດຂຶ້ນໃນ 2, 3 ເດືອນຈະມາເຖິງ, ຜູ້ຮັບລາງວັນທີ 1 ຈະໄດ້ຮັບເງິນຈຳນວນ 12.500 USD ແລະ ລາງວັນທີ 2 ແມ່ນ 5.000 USD.

ປຸກ​ລະ​ດົມ​ລາງວັນ ອາ​ຊຽນ-ອາ​ເມ​ລິ​ກາ ສະ​ຫງວນ​ໃຫ້​ນັກ​ວິ​ທະ​ຍາ​ສາດ​ຍິງ - ảnh 1(ພາບປະກອບ: TTXVN)

  ວັນທີ 10 ມັງກອນ, ຄະນະກຳມະການວິທະຍາສາດ ເຕັກໂນໂລຊີ ແລະ ປ່ຽນໃໝ່ອາຊຽນ ພ້ອມກັບລັດຖະບານ ອາເມລິກາ ຜ່ານອົງການພັດທະນາສາກົນອາເມລິກາ ແລະ ຫ້ອງທົດລອງ Underwriters ໄດ້ປຸກລະດົມລາງວັນ ອາຊຽນ-ອາເມລິກາ ສະຫງວນໃຫ້ນັກວິທະຍາສາດຍິງປີ 2022. ລາງວັນປີນີ້ ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ ກ່ຽວກັບບັນດາຄວາມກ້າວໜ້າຢ່າງບຸກທະລຸຂອງແມ່ຍິງ ໃນການຄົ້ນຄ້ວາປັນຍາປະດິດ (AI)  ເພື່ອແນໃສ່ແກ້ໄຂບັນດາບັນຫາຮີບດ່ວນໃນປະຊາຄົມອາຊຽນ. ຜູ້ຮັບສະໝັກເຮັດວຽກໃນບັນດາຂົງເຂດວິທະຍາສາດ, ເຕັກໂນໂລຊີ, ເຕັກນິກ, ຄະນິດສາດ ຈະຍາດໄດ້ລາງວັນສະຫງວນໃຫ້ບັນດານັກວິທະຍາສາດຍິງໃນເກັນອາຍຸຕ່ຳກ່ວາ 45 ປີ ແລະ ກ່ວາ 46 ປີ.

  ຮອບຊິງຊະນະເລີດຈະຖືກຈັດຂຶ້ນໃນ 2, 3 ເດືອນຈະມາເຖິງ, ຜູ້ຮັບລາງວັນທີ 1 ຈະໄດ້ຮັບເງິນຈຳນວນ 12.500 USD ແລະ ລາງວັນທີ 2 ແມ່ນ 5.000 USD.

ຕອບກັບ

ຂ່າວ/ບົດ​ອື່ນ